ເຄື່ອງຈັກຜະລິດໄຟຟ້າງວດທຳອິດຢູ່ທົ່ງກັງຫັນລົມຜະລິດໄຟຟ້າທີ່ສູງຈາກລະດັບໜ້ານ້ຳທະເລສູງກວ່າໝູ່ຂອງຈີນເລີ່ມຜະລິດໄຟຟ້າແລ້ວ

2024-08-03 12:02:04 cri

ວັນທີ 3 ສິງຫານີ້, ທົ່ງກັງຫັນລົມຜະລິດໄຟຟ້າອູ່ເຊ້ຍ ທີ່ສູງຈາກລະດັບໜ້ານ້ຳທະເລສູງກວ່າໝູ່ ຢູ່ກິ່ງແຂວງກີຊີນຊູ ເກີກີສ ເຂດຊິ່ນຈ່ຽງ ທາງພາກຕາເວັນຕົກສຽງເໜືອຂອງຈີນ ໄດ້ເລີ່ມຜະລິດໄຟຟ້າແລ້ວ. ນີ້ເປັນທົ່ງກັງຫັນລົມຜະລິດໄຟຟ້າທີ່ຕັ້ງຢູ່ທາງພາກຕາເວັນຕົກສຸດຂອງຈີນ, ການເລີ່ມເຄື່ອນໄຫວຂອງໂຄງການນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ຈີນໄດ້ມີການບຸກທະລຸໃນການພັດທະນາການຜະລິດໄຟຟ້າດ້ວຍພະລັງງານລົມຢູ່ເຂດລະດັບໜ້ານ້ຳທະເລສູງ.

ທົ່ງກັງຫັນລົມຜະລິດໄຟຟ້າອູ່ເຊ້ຍຕັ້ງຢູ່ພູພຽງປາເມີສ, ບ່ອນຕິດຕັ້ງເຄື່ອງຈັກຜະລິດໄຟຟ້າແມ່ນສູງຈາກລະດັບໜ້ານ້ຳທະເລປະມານ 2.800 ແມັດຫາ 3.300 ແມັດ. ງວດທຳອິດໄດ້ຕິດຕັ້ງເຄື່ອງຈັກຜະລິດໄຟຟ້າ 20 ໜ່ວຍ, ໂຄງການນີ້ທັງໝົດຈະຕິດຕັ້ງເຄື່ອງຈັກຜະລິດໄຟຟ້າ 38 ໜ່ວຍ, ກຳລັງຕິດຕັ້ງລວມມີເຖິງ 2 ແສນກິໂລວັດ.

ໂຄງການດັ່ງກ່າວເປັນໂຄງການພະຜິດໄຟຟ້າດ້ວຍພະລັງງານລົມໂຄງການທຳອິດຢູ່ພາກໃຕ້ຂອງເຂດຊິ່ນຈ່ຽງຈີນ. ການເລີ່ມຜະລິດໄຟຟ້າຂອງໂຄງການນີ້ເປັນການສິ້ນສຸດປະຫວັດສາດທີ່ພາກໃຕ້ຂອງເຂດຊິ່ນຈ່ຽງບໍ່ມີໄຟຟ້າທີ່ຜະລິດໂດຍພະລັງງານລົມ. ໂຄງການດັ່ງກ່າວຈະສາມາດຜະລິດໄຟຟ້າຢ່າງຮອບກ່ອນທ້າຍປີນີ້, ໝົດປີຈະສາມາດຜະລິດໄຟຟ້າໄດ້ 540 ລ້ານກິໂລວັດໂມງ, ສາມາດຕອບສະໜອງຄວາມຕ້ອງການໃຊ້ໄຟຟ້າໃນຊີວິດປະຈຳວັນຂອງພົນລະເມືອງ 3 ແສນຄອບຄົວຂອງທ້ອງຖິ່ນດັ່ງກ່າວ.