ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄົນໃໝ່

2024-08-03 15:41:46 cri

ວັນທີ 3 ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄົນໃໝ່.


ຕອນເຊົ້າມື້ດຽວກັນ, ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 13 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍປະເທດຫວຽດນາມ.


ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມໄດ້ຖະແຫຼງວ່າ: ທ່ານໂຕເລີ່ມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.


ທ່ານໂຕເລີ່ມເກີດຢູ່ແຂວງເຮິງອານຂອງຫວຽດນາມໃນເດືອນກໍລະກົດປີ 1957, ໄດ້ດຳລົງຕຳແໜ່ງຢູ່ໃນກະຊວງປ້ອງກັນຄວາມສະຫງົບຫວຽດນາມມາເປັນໄລຍະດົນນານ ແລະ ໄດ້ດຳລົງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຫວຽດນາມໃນເດືອເມສາປີ 2016. ວັນທີ 22 ພຶດສະພາປີນີ້, ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດຫວຽດນາມສະໄໝທີ 15 ໄດ້ລົງຄະແນນສຽງ, ໄດ້ເລືອກຕັ້ງທ່ານໂຕເລີ່ມເປັນປະທານປະເທດຫວຽດນາມ.