ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນກ່ຽວກັບສະພາບການເສດຖະກິດໃນປັດຈຸບັນ ແລະ ວຽກງານເສດຖະກິດໃນ 6 ເດືອນທ້າຍປີນີ້

2024-08-03 17:25:57 cri

ວັນທີ 26 ກໍລະກົດຜ່ານມາ, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມສົນທະນາກັບບຸກຄົນນອກພັກຢູ່ນະຄອນຫຼວງປັກກິ່ງ ໂດຍໄດ້ຮັບຟັງຄວາມເຫັນ ແລະ ຂໍ້ສະເໜີຈາກຜູ້ຮັບຜິດຊອບຂອງສູນກາງພັກປະຊາທິປະໄຕຕ່າງໆ ແລະ ສະຫະພັນອຸດສາຫະກຳການຄ້າທົ່ວປະເທດຈີນ ແລະ ຕົວແທນບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ ກ່ຽວກັບສະພາບການເສດຖະກິດໃນປັດຈຸບັນ ແລະ ວຽກງານເສດຖະກິດໃນ 6 ເດືອນທ້າຍປີນີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສສຳຄັນ ໂດຍກ່າວເນັ້ນວ່າ: ການຈະເຮັດວຽກງານເສດຖະກິດໃນ 6 ເດືອນທ້າຍປີນີ້ໃຫ້ດີ, ກໍຕ້ອງຜັນຂະຫຍາຍຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20, ກອງປະຊຸມຄົບຄະນະຄັ້ງທີ 2 ແລະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກສະໄໝທີ 20, ຍຶດໝັ້ນຊຸກຍູ້ວຽກງານຢ່າງໜັກແໜ້ນ, ຜັນຂະຫຍາຍແນວຄວາມຄິດພັດທະນາໃໝ່ໃຫ້ຄົບຖ້ວນ, ແມ່ນຢຳ ແລະ ຮອບດ້ານ, ເລັ່ງການສ້າງສະພາບການພັດທະນາໃໝ່, ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນຕ່າງໆ, ສຸມໃສ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍປິ່ນອ້ອມການຊຸກຍູ້ຄວາມທັນສະໄໝແບບຈີນ, ເພີ່ມຄວາມແຮງດ້ານການດັດສົມມະຫາພາກ, ລົງເລິກການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງໃໝ່, ລົງເລິກຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຄວາມຕ້ອງການພາຍໃນ, ເສີມສ້າງທ່າແຮງໃໝ່ຂອງກຳລັງຂັບເຄື່ອນໃໝ່ຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມມີຊີວິດຊີວາຂອງຫົວໜ່ວຍທຸລະກິດ, ເຮັດໃຫ້ຕະຫຼາດມີຄວາມຄາດຫວັງໝັ້ນທ່ຽງ, ເພີ່ມຄວາມໝັ້ນໃຈທາງສັງຄົມ, ຊຸກຍູ້ໃຫ້ເສດຖະກິດຟື້ນຟູໄປສູ່ທິດທາງທີ່ດີຢ່າງຕໍ່ເນື່ອງ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ, ປົກປັກຮັກສາສະຖຽນລະພາບທາງສັງຄົມ ແລະ ບັນລຸເປົ້າໝາຍການພັດທະນາທາງເສດຖະກິດສັງຄົມໃນໝົດປີຢ່າງເດັດດ່ຽວໜຽວແໜ້ນ.