ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນຕໍ່ການຊຸກຍູ້ໃຫ້ວຽກງານກໍ່ສ້າງພັກຂອງກົງຈັກພັກ-ລັດພັດທະນາດ້ວຍຄຸນນະພາບສູງ

2024-08-03 16:55:23 cri

ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ກົງຈັກພັກ-ລັດຮ່ຳຮຽນ ແລະ ຜັນຂະຫຍາຍຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ແລະ ຊຸກຍູ້ໃຫ້ວຽກງານກໍ່ສ້າງພັກຂອງກົງຈັກພັກ-ລັດພັດທະນາດ້ວຍຄຸນນະພາບສູງ ໂດຍກ່າວເນັ້ນວ່າ: ການຮ່ຳຮຽນ ແລະ ຜັນຂະຫຍາຍຈິດໃຈກອງປະຊຸມຄັ້ງນີ້ ແມ່ນພາລະກິດການເມືອງທີ່ສຳຄັນຂອງທົ່ວພັກ ແລະ ທົ່ວປະເທດໃນປັດຈຸບັນ ແລະ ໃນໄລຍະໜຶ່ງຂ້າງໜ້ານີ້, ກົງຈັກພັກ-ລັດຂັ້ນສູງກາງຕ້ອງເປັນກອງນຳໜ້າໃນການຮ່ຳຮຽນ, ໂຄສະນາເຜີຍແຜ່ ແລະ ຜັນຂະຫຍາຍຈິດໃຈກອງປະຊຸມຄົບຄະນະ.


ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ຕ້ອງຍຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ ແລະ ການນຳພາໂດຍລວມສູນເປັນເອກະພາບຂອງສູນກາງພັກ, ຮັບຮູ້ ແລະ ກຳໄດ້ຫົວຂໍ້, ຫຼັກການສຳຄັນ, ມາດຕະການສຳຄັນ ແລະ ສິ່ງຄ້ຳປະກັນພື້ນຖານ ໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ຕ້ອງເປັນຕົວຢ່າງໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໝແບບຈີນ. ຕ້ອງຜັນຂະຫຍາຍແນວຄິດສຳຄັນຂອງສູນກາງພັກ ກ່ຽວກັບການກໍ່ສ້າງພັກ ແລະ ແນວຄິດສຳຄັນຂອງພັກ ກ່ຽວກັບການປະຕິວັດຕົນເອງ, ຍົກຄຸນນະພາບການກໍ່ສ້າງພັກຂອງກົງຈັກພັກ-ລັດໃຫ້ສູງຂຶ້ນຢ່າງຮອບດ້ານ ເພື່ອສ້າງເປັນກົງຈັກແບບຢ່າງ.