ການອຸປະໂພກ-ບໍລິໂພກ ແລະ ການຄ້າຕ່າງປະເທດຂອງຈີນເພີ່ມຂຶ້ນຢ່າງໝັ້ນທ່ຽງໃນ 6 ເດືອນຕົ້ນປີນີ້

2024-08-03 11:18:21 cri

ຕອນເຊົ້າວັນທີ 2 ສິງຫານີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວພາຍໃຕ້ຫົວຂໍ້ “ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ” ໂດຍຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນໄດ້ຖະແຫຼງວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ການອຸປະໂພກ-ບໍລິໂພກຂອງຈີນໄດ້ຮັກສາການເຕີບໂຕຢ່າງໝັ້ນທ່ຽງ, ຄຸນນະພາບ ແລະ ປະລິມານຂອງການຄ້າຕ່າງປະເທດຂອງຈີນກໍໄດ້ຍົກສູງຂຶ້ນຢ່າງໝັ້ນທ່ຽງເຊັ່ນກັນ. ຕາມຂ່າວແຈ້ງວ່າ: ມູນຄ່າການຂາຍຍ່ອຍຂອງເຄື່ອງອຸປະໂພກ-ບໍລິໂພກໃນສັງຄົມໃນ 6 ເດືອນຕົ້ນປີນີ້ໄດ້ບັນລຸເຖິງ 23,600 ຕື້ຢວນ, ເພີ່ມຂຶ້ນ 3,7%.

  ຄຸນນະພາບ ແລະ ປະລິມານຂອງການຄ້າຕ່າງປະເທດຂອງຈີນກໍໄດ້ຍົກສູງຂຶ້ນຢ່າງໝັ້ນທ່ຽງ. ໃນ 6 ເດືອນຕົ້ນປີນີ້, ການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນໄດ້ບັນລຸເຖິງ 21,200 ຕື້ຢວນ, ເພີ່ມຂຶ້ນ 6,1%. ການນຳເຂົ້າ-ສົ່ງອອກການບໍລິການເພີ່ມຂຶ້ນ 14%. ອັດຕາການປະກອບສ່ວນຂອງການນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ ແລະ ການບໍລິການທີ່ມີຕໍ່ການເຕີບໂຕຂອງເສດຖະກິດມີເຖິງ 13,9%.

ນອກນີ້, ຈຳນວນວິສາຫະກິດຕ່າງປະເທດທີ່ສ້າງຕັ້ງຂຶ້ນໃໝ່ຢູ່ຈີນໃນ 6 ເດືອນຕົ້ນປີນີ້ມີເຖິງ 27.000 ແຫ່ງ, ອັດຕາຂອງການນຳໃຊ້ທຶນຕ່າງປະເທດຂອງອຸດສາຫະກຳການຜະລິດເຕັກໂນໂລຊີລະດັບສູງໄດ້ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂຄງປະກອບຂອງການນຳໃຊ້ທຶນຕ່າງປະເທດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ການຮ່ວມມືກັບຕ່າງປະເທດດ້ານການລົງທຶນໄດ້ເພີ່ມຂຶ້ນຢ່າງວ່ອງໄວ.