ການຊຸກຍູ້ຄວາມທັນສະໄໝແບບຈີນ ຕ້ອງແກ້ໄຂບັນຫາຄວາມບໍ່ດຸນດ່ຽງໃນການພັດທະນາຕົວເມືອງກັບຊົນນະບົດ

2024-08-04 16:11:22 cri

 

ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍກ່າວວ່າ: ການຊຸກຍູ້ຄວາມທັນສະໄໝແບບຈີນ, ຕ້ອງຊຸກຍູ້ພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ຕ້ອງແກ້ໄຂບັນຫາຄວາມບໍ່ດຸນດ່ຽງໃນການພັດທະນາຕົວເມືອງກັບຊົນນະບົດໃຫ້ດີ.

 

ນັບແຕ່ຕົ້ນປີນີ້ມາ, ທ່ານສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມພາກຕາເວັນອອກ, ພາກກາງແລະພາກຕາເວັນຕົກຂອງຈີນ. ເພິ່ນໄດ້ເປັນປະທານຈັດກອງປະຊຸມສຳມະນາສອງຄັ້ງ ໂດຍໄດ້ຊີ້ແຈງທິດທາງແລະວາງແຜນວາດໃຫ້ແກ່ການຊຸກຍູ້ການພັດທະນາເຂດແຄ້ວນຢ່າງກົມກຽວ.

 


ເດືອນມີນາປີນີ້, ທ່ານສີຈິ້ນຜິງ ໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຂວງຫູນານ ແລະໄດ້ເປັນປະທານຈັດກອງປະຊຸມສຳມະນກ່ຽວກັບການຊຸກຍູ້ໃຫ້ເຂດພາກກາງເຕີບໂຕຢ່າງວ່ອງໄວໃນຍຸກໃໝ່. ໃນກອງປະຊຸມ, ທ່ານສີຈິ້ນຜິງໄດ້ເນັ້ນເຖິງຄວາມຮຽກຮ້ອງ 6 ດ້ານກ່ຽວກັບການຕັ້ງໜ້າບົ່ມເພາະແລະພັດທະນາກຳລັງພະລິດດ້ວຍຄຸນນະພາບສູງ ຕະຫຼອດຮອດພະຍາຍາມຍົກສູງຄວາມສາມາດດ້ານການຍົກຍູງຄວາມໝັ້ນຄົງຂອງພະລັງງານສະບຽງອາຫານ ເຊິ່ງໄດ້ຈັດວາງເປັນລະບົບຕໍ່ກາສນຊຸກຍູ້ໃຫ້ເຂດພາກກາງເຕີບໂຕຢ່າງວ່ອງໄວຕື່ມອີກ.

 


ໃນທ້າຍເດືອນເມສາປີນີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາວຽກງານຢູ່ນະຄອນຈຸງກິງ ແລະໄດ້ເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການພັດທະນາພາກຕາເວັນຕົກຢ່າງໃຫຍ່.ທ່ານສີຈິ້ນຜິງ ໄດ້ສະໜີຄວາມຮຽກຮ້ອງ “6 ຍຶດໝັ້ນ” ເຊິ່ງລວມທັງການຍຶດໝັ້ນຖືເອົາການພັດທະນາອຸດສາຫະກຳທີ່ມີທ່າແຮງແລະເອກະລັກສະເພາະຕົວເປັນທິດທາງພະຍາຍາມຕົ້ນຕໍ ຮອດການຍຶດໝັ້ນຮັດແໜ້ນແນວຄິດປະຊາຄົມປະຊາຊາດຈີນ.

 


ເດືອນມິຖຸນາປີນີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ນະຄອນຊິ່ງໄຮແລະນະຄອນໜິງເຊ້ຍທີ່ພາກຕາເວັນຕົກຂອງຈີນ ໂດຍໄດ້ເນັ້ນໜັກວ່າ: ຕ້ອງກຳແໜ້ນຖານະຍຸດທະສາດໃນສະພາບການລວມແຫ່ງການພັດທະນາໃນທົ່ວປະເທດ, ປະສານສົມທົບກັບເອກະລັກພິເສດຂອງທ້ອງຖິ່ນ, ຍຶດໝັ້ນເຮັດສິ່ງທີ່ຕ້ອງເຮັດ ແລະຍຶດໝັ້ນບໍ່ເຮັດສິ່ງທີ່ບໍ່ຄວນເຮັດ.

 

ໃນເດືອນກໍລະກົດປີນີ້, ກອງປະຊຸມຄົບຄະນະຄັ້ງທີ່ 3 ຂອງຄະນະກຳມະການສູນກາງພັດຄອມມູນິດຈີນສະໄໝທີ 20 ໄດ້ຊີ້ອອກຢ່າງຈະແຈ້ງວ່າ: ຕົວເມືອງແລະຊົນນະບົດພັດທະນາແບບເຊື່ອມໂຍງເຂົ້າກັນແມ່ນຄວາມຮຽກຮ້ອງທີ່ຕ້ອງເປັນໄປຂອງຄວາມທັນສະໄໝແບບຈີນ ເຊິ່ງສາມາດເຫັນໄດ້ວ່າ: ພາຍໃຕ້ການຊີ້ນຳນຳພາທີ່ເຂັ້ມແຂງຂອງສູນກາງພັກຄອມມູນິດຈີນທີ່ມີທ່ານສີຈິ້ນຜິງເປັນແກນກາງ, ຈີນພວມຊຸມກຳລັງຊຸກຍູ້ໃຫ້ຕົວເມືອງແລະຊົນນະບົດພັດທະນາຢ່າງກົມກຽວກັນ ເພື່ອໃຫ້ຕົວເມືອງແລະຊົນນະບົດກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.