ວັນທີ 3 ສິງຫານີ້, ໃນການແຂ່ງຂັນຮອບຊິງຫຼຽນຄຳເທັນນິດປະເພດຍິງດ່ຽວຂອງງານກິລາໂອລິມປິກປາຣີ, ນາງເຈີ້ງຊິນເວີນ ນັກກິລາຈີນໄດ້ເອົາຊະນະນາງໂດນນາ ເວກິກ ນັກກິລາປະເທດໂກຣອາຊີດ້ວຍຄະແນນ 2:0, ໂດຍສາມາດຍາດໄດ້ຫຼຽນຄຳ.
ນີ້ແມ່ນຫຼຽນຄຳຫຼຽນທຳອິດທີ່ນັກກິລາຈີນຊິງໄດ້ໃນການແຂ່ງຂັນເທັນນິດປະເພດຍິງດ່ຽວຂອງງານກິລາໂອລິມປິກ ທັງແມ່ນຫຼຽນຄຳຫຼຽນ ທີ 16 ຂອງຄະນະນັກກິລາທີມຊາດຈີນໃນງານກິລາໂອລິມປິກຄັ້ງນີ້. ນອກຈາກນີ້, ຍັງແມ່ນນັກກິລາເທັນນິດຈີນຍາດໄດ້ຫຼຽນຄຳໃນງານກິລາໂອລິມປິກອີກຄັ້ງໜຶ່ງໃນຮອບ20ປີພາຍຫຼັງນັກກິລາຈີນໄດ້ແຊມໃນການແຂ່ງຂັນເທັນນິດປະເພດຄູ່ຍິງຂອງງານກິລາໂອລິມປິກອາແຕນ 2004.