ສະໜາມບິນສາກົນຊາງສຸຍຄຸນໝິງຊ່ວຍພັດທະນາ “ເສດຖະກິດແຫ່ງດອກໄມ້” ຂອງແຂວງຢຸນນານ

2024-08-05 15:32:12 cri



      ຢູ່ດ່ານກວດກາທີ່ສະໜາມບິນສາກົນຊາງສຸຍຂອງນະຄອນຄຸນໝິງແຂວງຢຸນນານຈີນ, ມີຫຼາຍແກັດທີ່ບັນຈຸດອກກຸຫຼາບ,ດອກລິນລີ່ແລະດອກໄມ້ສົດອື່ນໆທັງງາມທັງສົ່ງກິ່ນຫອມ, ພະນັກງານຢູ່ດ່ານພາສີພວມດຳເນີນການຕິດຕາມຄຸ້ມຄອງແລະກວດກາຕໍ່ດອກໄມ້ເຫຼົ່ານີ້.

      ຕາມຂ່າວແຈ້ງວ່າ:ດອກໄມ້ເຫຼົ່ານີ້ຈະຖືກສົ່ງອອກໄປຂາຍຢູ່ອິນໂດເນເຊຍ,ມາເລເຊຍ,ຟີລິບປິນ,ສິງກະໂປແລະຕະຫຼາດຕ່າງປະເທດອື່ນໆດ້ວຍຖ້ຽວບິນສາກົນ. ໃນຊຸມປີຜ່ານມາ, ຍ້ອນໄດ້ຮັບຜົນປະໂຫຍດຈາກງານວາງສະແດງສິນຄ້າຈີນ-ອາຊີໃຕ້, ຈີນໄດ້ລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆກັບບັນດາປະເທດອາຊີໃຕ້ຢ່າງບໍ່ຢຸດຢັ້ງ,ການໄປມາຫາສູ່ກັນດ້ານເສດຖະກິດການຄ້າໄດ້ຮັກສາທ່າອ່ຽງແຫ່ງການພັດທະນາທີ່ດີ,ດອກໄມ້ຂອງແຂວງຢຸນນານໄດ້ເຂົ້າສູ່ຕະຫຼາດອາຊີໃຕ້ນັບມື້ນັບຫຼາຍຂຶ້ນ ແລະໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກທ້ອງຖິ່ນຢ່າງຫຼວງຫຼາຍ. ໃນເດືອນມັງກອນຫາເດືອນມິຖຸນາປີນີ້, ດ່ານພາສີຢູ່ສະໜາມບິນສາກົນຊາງສຸຍຄຸນໝິງໄດ້ກວດກາແລະອະນຸມັດໃຫ້ດອກໄມ້ສົດຊະນິດຕ່າງໆຜ່ານທັງໝົດ 4.095 ໂຕນ ມີມູນຄ່າເຖິງ 158 ລ້ານຢວນ, ຕ່າງໄດ້ເພີ່ມຂຶ້ນ 58,8% ແລະ 27,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.