ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມອິນໂດເນເຊຍ

2024-08-05 11:33:42 CRI


     ວັນທີ 28 ກໍລະກົດແລ້ວນີ້, ທ່ານນາງຊຸ່ນໄຫຢ້ຽນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນເດີນທາງໄປຢ້ຽມຢາມອິນໂດເນເຊຍ. ທ່ານປຣາໂບໂວ ຊູບຽນໂຕ ປະທານພັກເກຣິນດຣາ ທີ່ກຳລັງລໍຖ້າຂຶ້ນເປັນປະທານາທິບໍດີຂອງອິນໂດເນເຊຍໄດ້ຕ້ອນຮັບການຢ້ຽມຢາມຂອງຄະນະຜູ້ແທນຈີນ. ຄະນະຜູ້ແທນຍັງໄດ້ພົບປະເຈລະຈາແລະແລກປ່ຽນຄວາມຄິດເຫັນກັບຜູ້ນຳພັກການເມືອງທີ່ສຳຄັນບໍ່ວ່າກຳອຳນາດຫຼືບໍ່ກຳອຳນາດ ພ້ອມທັງຄັງປັນຍາ ຜູ້ຕາງໜ້າມະຫາວິທະຍາໄລຕ່າງໆຂອງອິນໂດເນເຊຍ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນ-ອິນໂດເນເຊຍ ການແລກປ່ຽນແລະຮ່ວມມືລະຫວ່າງພັກຂອງສອງປະເທດ, ຄະນະຜູ້ແທນພັກກອມມູນິດຈີນຍັງໄດ້ແນະນຳຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກກອມມູນິດຈີນສະໄໝທີ 20 ຢ່າງເລິກເຊິ່ງ. ອິນໂດເນເຊຍຫວັງວ່າຈະຮັດແໜ້ນການໄປມາຫາສູ່ກັນແລະການຮ່ວມມືກັນລະຫວ່າງພັກຂອງສອງປະເທດ ພ້ອມທັງການຮ່ວມມືໃນຂົງເຂດອື່ນໆຕື່ມອີກ, ຮ່ວມກັບຈີນບັນລຸການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂະບວນການຊຸກຍູ້ຄວາມທັນສະໄໝ.