ຈັດພິທີມອບລາງວັນ “ປາຍຮວ່າ” ຮູບເງົາມວນຊົນຄັ້ງທີ 37 ຢູ່ນະຄອນເສິງຕູ່ແຂວງເສສວນຈີນ

2024-08-05 15:09:12 cri


ຕອນຄ່ຳວັນທີ 4 ສິງຫານີ້, ພິທີມອບລາງວັນ “ປາຍຮວ່າ” ຮູບເງົາມວນຊົນຄັ້ງທີ 37 ໄດ້ຈັດຂຶ້ນຢູ່ນະຄອນເສິງຕູ່ແຂວງເສສວນຈີນ. ທ່ານເຖຍນີງ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ປະທານສະຫະພັນວັນນະຄະດີຈີນໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະມອບລາງວັນຮູບເງົາດີເດັ່ນກວ່າໝູ່ໃຫ້ຜູ້ແທນສ້າງຮູບເງົາ.



ພິທີມອບລາງວັນຄັ້ງນີ້ມີຫົວຂໍ້ວ່າ: “ກ້າວເດີນໄປຕາມຍຸກສະໄໝ ພັດທະນາເພື່ອປະຊາຊົນ”, ລົງເລິກຄົ້ນຫາສີສັນພິເສດຂອງວັດທະນະທຳແຂວງເສສວນ, ສະແດງໃຫ້ເຫັນເຖິງຜົນສຳເລັດໃໝ່ອ່ຽມແຫ່ງການພັດທະນາທີ່ຈະເລີນຮຸ່ງເຮືອງຂອງຮູບເງົາຈີນ ດ້ວຍລາຍການຮ້ອງເພງ, ຟ້ອນ ແລະອື່ນໆ. ນອກຈາກລາງວັນຮູບເງົາດີເດັ່ນກວ່າໝູ່ແລ້ວ, ໃນພິທີດັ່ງກ່າວຍັງໄດ້ມອບລາງວັນດີເດັ່ນ, ລາງວັນຜູ້ກຳກັບການສະແດງດີເດັ່ນກວ່າໝູ່ແລະລາງວັນອື່ນໆຕື່ມອີກ.