ທີມຊາດຈີນໄດ້ຮັບຫຼຽນຄຳລອຍນ້ຳ 4×100 ແມັດຊາຍທີ່ທີມຊາດອາເມຣິກາຜູກຂາດມາເປັນເວລາ 40 ປີ

2024-08-05 15:02:58 cri


ວັນທີ 4 ສິງຫານີ້ແມ່ນມື້ສຸດທ້າຍຂອງການແຂ່ງຂັນລອຍນ້ຳໃນງານກິລາໂອລິມປິກປາຣີ, ທີມຊາດຈີນໄດ້ຮັບຫຼຽນຄຳລອຍນ້ຳ 4×100 ແມັດຊາຍທີ່ ອາເມຣິກາຜູກຂາດມາເປັນເວລາ 40 ປີ. ທີມຊາດອາເມຣິກາໄດ້ຫຼຽນເງິນ, ທີມຊາດຝຣັ່ງໄດ້ຫຼຽນທອງ. ນອກນີ້, ນາງຈ່າງຢຸຍເຟີ່ຍ ໄດ້ຮັບສອງຫຼຽນທອງຈາກການແຂ່ງຂັນປະເພດດ່ຽວແລະປະເພດທີມໃນງານກິລາໂອລິມປິກປາຣີ, ສ້າງສະຖິຕິເປັນນັກກິລາລອຍນ້ຳຈີນທີ່ໄດ້ຮັບຫຼຽນໂອລິມປິກຫຼາສຍທີ່ສຸດຈຳນວນ 10 ຫຼຽນ.