ເຮືອຟີລິບປີນເຕົ້າໂຮມກັນຢູ່ທະເລໃກ້ກັບເກາະຊ່ຽນປີ່ນຂອງຈີນ ກອງຕຳຫຼວດປ້ອງກັນຊາຍຝັ່ງທາງທະເລຈີນໄດ້ເຂົ້າປະຕິບັດການຕິດຕາມຄວບຄຸມດ້ວຍກົດໝາຍແລະຄວບຄຸມຢ່າງມີປະສິດທິຜົນໃນທຸກໄລຍະ

2024-08-05 15:20:25 CRI

 

ທ່ານກ່ານຢູຍ ໂຄສົກກອງຕຳຫຼວດປ້ອງກັນຊາຍຝັ່ງທາງທະເລຈີນກ່າວວ່າ: ນັບແຕ່ ວັນທີ 3 ສິງຫານີ້ເປັນຕົ້ນມາ, ເຮືອລາດຕະເວນຂອງກົມປະມົງແລະສິນໃນນ້ຳຂອງຟີລິບປີນ ແລະເຮືອປະມົງອີກຫຼາຍລຳ, ໄດ້ເຕົ້າໂຮມກັນແລະດຳເນີນການເຄື່ອນໄຫວຢູ່ບໍລິເວນ ໃກ້ກັບເຮືອເລກ 9701 ເຊິ່ງເປັນເຮືອຕຳຫຼວດທະເລຟີິລິບປີນທີ່ໄດ້ຈອດຢູ່ ແຄມເກາະຊ່ຽນປີ່ນຂອງຈີນຢ່າງຜິດກົດໝາຍ, ກອງຕຳຫຼວດປ້ອງກັນຊາຍຝັ່ງທາງ ທະເລຈີນໄດ້ເຂົ້າປະຕິບັດການຕິດຕາມຄວບຄຸມດ້ວຍກົດໝາຍແລະຄວບຄຸມຢ່າງມີປະສິດທິຜົນໃນທຸກໄລຍະ.


ຈີນມີອະທິປະໄຕທີ່ໂຕ້ຖຽງບໍ່ໄດ້ຕໍ່ໝູ່ເກາະໜານຊາແລະເຂດທະເລບໍລິເວນອ້ອມແອບ ລວມທັງເກາະຊ່ຽນປີ່ນ. ເຮືອຂອງຟີລິບປີນທີ່ຈອດຢູ່ເກາະຊ່ຽນປີ່ນ, ໄດ້ລ່ວງລ້ຳ ອະທິປະໄຕຂອງຜືນແຜ່ນດິນຈີນແລະສິດຜົນປະໂຫຍດທາງທະເລຂອງຈີນ, ຝ່າຝືນຕໍ່ “ຖະແຫຼງການແຫ່ງການ ປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້”, ທຳລາຍສັນຕິພາບແລະສະຖຽນລະພາບຂອງ ທະເລຈີນໃຕ້. ກອງຕຳຫຼວດປ້ອງກັນຊາຍຝັ່ງທາງທະເລຈີນຈະເຮັດຄືແຕ່ເກົ່າເມືອຫຼັງປົກປ້ອງສິດດ້ວຍການປະຕິບັດກົດໝາຍຢູ່ນ່ານທະເລຂອງຈີນ, ເດັດດ່ຽວປົກປ້ອງອະທິປະໄຕຕໍ່ຜືນແຜ່ນດິນແລະສິດຜົນ ປະໂຫຍດທາງທະເລຂອງປະເທດຕົນ.