ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ

2024-08-06 14:54:27 cri


ຄົນຄົນໜຶ່ງ, ຫ້ອງພັກຫ້ອງໜຶ່ງ, ພູໜ່ວຍໜຶ່ງ, ເພິ່ນໄດ້ “ຫົ່ມເສື້ອຂຽວ” ໃຫ້ພູຮົກຮ້າງ 80 ກວ່າເຮັກຕາຕາມສາຍພູຕ້າຊີ່ງອ່ານຫຼີງ. ຢູ່ທີ່ນັ້ນ, ບໍ່ມີໄຟຟ້າ, ບໍ່ມີອິນເຕີເນັດ,ບໍ່ມີຄົນທ່ຽວໄປມາຢ່າງນັນແຊວ,ເພິ່ນໄດ້ອຸທິດຕົນໃຫ້ພູໃຫຍ່ເປັນເວລາ 25 ປີ. ເພິ່ນຜູ້ນີ້ແມ່ນທ່ານ ວາງອູຊ່ານ ຊາວບ້ານຊຽນຈິ້ນ, ຕາແສງໂຮຊີ, ກິ່ງແຂວງອາຢົງ, ນະຄອນຮູລູນບູເອີ ເຂດປົກຄອງຕົນເອງມົງໂກໃນຂອງຈີນ.


ເພື່ອປູກຕົ້ນໄມ້, ແຕ່ລະມື້ ເມື່ອທ້ອງຟ້າແຈ້ງຂຶ້ນ, ທ່ານ ວາງອູຊ່ານ ກໍອອກເດີນທາງ, ຂັບລົດກະສິກຳຂອງຕົນເພື່ອຂົນເບ້ຍໄມ້ຂຶ້ນພູ ແລ້ວຂຸດຂຸມ, ເອົາເບ້ຍໄມ້ລົງ, ຖົມດິນ ແລະ ຢຽບໃຫ້ແໜ້ນໆ, ບໍ່ດົນກໍໄດ້ປ່າສີຂຽວຜືນໜຶ່ງ. ໃນລະດູໃບໄມ້ປົ່ງ ແລະ ລະດູຮ້ອນ, ວຽກຕົ້ນຕໍຂອງເພິ່ນແມ່ນໃສ່ຢາ ແລະ ເສຍຫຍ້າ, ບໍ່ໃຫ້ຫຍ້າຍາດເອົາທາດບຳລຸງຂອງຕົ້ນໄມ້ ທັງສາມາດປ້ອງກັນໄຟໄໝ້ໄດ້.


ເມື່ອລູບຕົ້ນສົນທີ່ເຕີບໃຫຍ່ຢ່າງແຂງແຮງ, ເພິ່ນມີຄວາມສຸກຫຼາຍ: “ພູຮົກຮ້າງຂຽວງາມຂຶ້ນ, ບໍ່ໄດ້ເສຍແຮງລ້າໆ”.


ປີ 2000, ໃນເວລາເພິ່ນຕົກລົງຂຶ້ນພູປູກຕົ້ນໄມ້, ເກືອບວ່າບໍ່ມີໃຜທີ່ສະໜັບສະໜູນ, ເພາະວ່າ ແຫ່ງນີ້ເປັນພູຮົກຮ້າງ, ບໍ່ມີທາງຍ່າງ, ບໍ່ມີນ້ຳ, ບໍ່ມີໄຟຟ້າ. ບາງຄົນເວົ້າວ່າ: “ມີເງິນໄປຊື້ຕົ້ນໄມ້, ເອົາເງິນນີ້ໄປເຮັດຢ່າງອື່ນຊິບໍ່ດີກວ່າຫວະ?” “ພູຮົກຮ້າງແບບນັ້ນ ເຈົ້າຊິປູກຕົ້ນໄມ້ໃຫ້ລອດຕາຍໄດ້ແນວໃດ?” ທ່ານ ວາງອູຊ່ານ ພັດຕອບວ່າ: “ຢູ່ເທິງພູບໍ່ມີຕົ້ນໄມ້ ມັນກະຍັງແມ່ນພູຢູ່ບໍ? ຊາດນີ້, ຂ້າພະເຈົ້າຢາກເຮັດເລື່ອງໃດເລື່ອງໜຶ່ງໃຫ້ສຳເລັດ”.


ບໍ່ມີເບ້ຍໄມ້ ເພິ່ນກໍຂາຍງົວຂອງຕົນເພື່ອເປັນເງິນ, ບໍ່ມີທາງ ເພິ່ນກໍເອົາຊວ້ານໄປຂຸດເທື່ອລະໜ້ອຍ, ບໍ່ມີນ້ຳ ເພິ່ນກໍຂຸດນ້ຳສ້າງໜ່ວຍໜຶ່ງ ແລ້ວເປ້ນ້ຳຂຶ້ນພູ, ບໍ່ມີລົດບັນທຸກ ເພິ່ນກໍເປ້ເບ້ຍໄມ້ຂຶ້ນພູ, ປູກເບິດແລ້ວ ກໍລົງພູໄປເປ້ເອົາອີກ. ເບ້ຍໄມ້ທີ່ປູກໄວ້ໃນປີທຳອິດຕາຍໄປເປັນຈຳນວນຫຼາຍ ເພາະເພິ່ນບໍ່ເຄີຍປູກ, ຮອດປີທີສອງ, ເພິ່ນກໍພະຍາຍາມສຶກສາ ແລະ ປູກຕື່ມ.



ຫຼາຍປີມານີ້, ທ່ານ ວາງອູຊ່ານ ໄດ້ສະສົມບົດຮຽນການປູກຕົ້ນໄມ້ຢ່າງຫຼວງຫຼາຍ, ແນມເບິ່ງຕາດຽວ ເພິ່ນກໍສາມາດບອກປະເພດ ແລະ ອາຍຸຂອງເບ້ຍໄມ້ໄດ້; ຂຸດຂຸມໃຫ້ເລິກພໍປະມານ ແລະ ອ່າວກວ້າງແດ່ ຈະມີຜົນດີຕໍ່ການສະສົມນ້ຳໃຫ້ຫຼາຍ;  ປັບປ່ຽນເວລາການປູກຕົ້ນໄມ້ຈາກລະດູໃບໄມ້ປົ່ງ ໃຫ້ເປັນກ່ອນຝົນຕົກໃນລະດູຮ້ອນ, ເພາະວ່າຝົນຕົກພຽງພໍ ຈະຊ່ວຍຕົ້ນໄມ້ລອດຕາຍ; ເວລາປູກຕົ້ນໄມ້ຢູ່ເນີນພູ ຕ້ອງເອົາກ່ຽວໄປນຳ, ໃນເວລາເກີດເຫດກໍສາມາດເອົາມັນເກາະພື້ນດິນເພື່ອບໍ່ໃຫ້ກິ້ງລົງຈາກພູ.


ໃນ 25 ປີຜ່ານມາ, ທ່ານ ວາງອູຊ່ານ ໄດ້ປູກຕົ້ນສົນ 6 ໝື່ນກວ່າຕົ້ນ, ຕົ້ນຢາງ 4 ໝື່ນກວ່າຕົ້ນ, ຕົ້ນໄມ້ກິນໝາກ 1 ໝື່ນກວ່າຕົ້ນ, ສ້າງປ່າ 70 ກວ່າເຮັກຕາ ໂດຍໄດ້ປ່ຽນພູຮົກຮ້າງໃຫ້ເປັນປ່າໄມ້ທີ່ຂຽວອຸ່ມທຸ່ມ. ບາງຄົນສະເໜີໃຫ້ເພິ່ນຂາຍຕົ້ນໄມ້ສ່ວນໜຶ່ງ ເພື່ອປັບປຸງເງື່ອນໄຂດຳລົງຊີວິດໃຫ້ດີຂຶ້ນ. ແຕ່ທຸກເທື່ອທີ່ໄດ້ຍິນເຂົາເວົ້າ ເພິ່ນກໍຕອບໂດຍບໍ່ລັ່ງເລໃຈວ່າ: “ບໍ່ຂາຍຈັກຕົ້ນດອກ! ຈຸດປະສົງຂອງຂ້າພະເຈົ້າແມ່ນປູກຕົ້ນໄມ້ໃຫ້ເປັນປ່າ, ປັບປຸງສິ່ງແວດລ້ອມທຳມະຊາດ, ສ້າງຄວາມສຸກໃຫ້ຄົນຮຸ່ນຫຼັງ, ຕົ້ນໄມ້ເຫຼົ່ານີ້ລ້ວນແຕ່ແມ່ນຜົນງານຂອງຂ້າພະເຈົ້າ, ແມ່ນແກ້ວຕາຂອງຂ້າພະເຈົ້າ, ຖ້າຂາຍ ພູນີ້ກໍຈະຮົກຮ້າງອີກ, ຂ້າພະເຈົ້າຊິບໍ່ເສຍແຮງລ້າໆຫວາ!”



ພາຍໃຕ້ການເປັນແບບຢ່າງຈາກທ່ານ ວາງອູຊ່ານ, ຊາວບ້ານໃນບໍລິເວນໃກ້ຄຽງຫຼາຍຄົນກໍເລີ່ມເຂົ້າຮ່ວມຖັນແຖວປູກຕົ້ນໄມ້ສ້າງປ່າ, ທ່ານ ວາງອູຊ່ານ ກໍໄດ້ຖ່າຍທອດບົດຮຽນການປູກຕົ້ນໄມ້ຂອງຕົນໃຫ້ຄົນທັງຫຼາຍດ້ວຍຄວາມພູມໃຈ.



ເທື່ອໃດທີ່ເວົ້າເຖິງຕົ້ນໄມ້ຂອງຕົນ, ທ່ານ ວາງອູຊ່ານ ກໍຍິ້ມຂຶ້ນຄືເດັກນ້ອຍ, ສາຍຕາຂອງເພິ່ນກໍມີຄວາມບໍລິສຸດ ແລະ ຈິງໃຈ. ເມື່ອຄົນທັງຫຼາຍສະແດງຄວາມເຄົາລົບນັບຖືຕໍ່ເພິ່ນ ເພິ່ນທັງຍິ້ມທັງຕອບວ່າ: “ຂ້າພະເຈົ້າບໍ່ໄດ້ເຮັດຫຍັງໃຫຍ່ໂຕ, ບໍ່ແມ່ນຜົນງານທີ່ສໍາຄັນດອກ. ຂ້າພະເຈົ້າພຽງແຕ່ຄຶດຢາກສ້າງປ່າໄມ້ແຫ່ງໜຶ່ງແລະ ສ້າງຄວາມສຸກໜ້ອຍໜຶ່ງໄວ້ໃຫ້ຄົນຮຸ່ນຫຼັງເທົ່ານັ້ນ”.