ທ່ານ ຫຼີເຈີ້ງຕ້າວ ເຈົ້າຂອງລາງວັນໂນເບວສາຂາຟີຊິກເຖິງແກ່ມໍລະນະກຳ

2024-08-06 17:21:31 cri

      ອີງຕາມສື່ມວນຊົນອາເມຣິກາລາຍງານໃຫ້ຮູ້ໃນວັນທີ 5 ສິງຫານີ້ວ່າ: ທ່ານ ຫຼີເຈີ້ງຕ້າວ ນັກຟີຊິກສາດຊາວຈີນຜູ້ມີຊື່ສຽງທີ່ອາໄສຢູ່ອາເມຣິກາ,ເຈົ້າຂອງລາງວັນໂນເບວສາຂາຟີຊິກໄດ້ເຖິງແກ່ມໍລະນະກຳຢູ່ເຮືອນພັກຂອງເພິ່ນທີ່ນະຄອນຊັນຟຣານຊິສໂກອາເມຣິກາໃນຕອນຂ້ອນແຈ້ງຂອງວັນທີ 4 ສິງຫານີ້,ລວມອາຍຸໄດ້ 97 ປີ.

     ທ່ານ ຫຼີເຈີ້ງຕ້າວ ເກີດຢູ່ນະຄອນຊຽງໄຮ້ຂອງຈີນເມື່ອວັນທີ 24 ພະຈິກປີ 1926, ໄດ້ດຳເນີນການຄົ້ນຄວ້າດ້ານຟີຊິກມາເປັນເວລາດົນນານ, ເປັນບັນດິດສັນຊາດຕ່າງປະເທດຂອງສະພາບັນດິດວິທະຍາສາດຈີນແລະບັນດິດຂອງສະພາບັນດິດວິທະຍາສາດແຫ່ງຊາດອາເມຣິກາ. ເພິ່ນໄດ້ຮັບລາງວັນໂນເບວສາຂາຟີຊິກໃນປີ 1957.