ທ່ານ ສີຈິ້ນຜິງ ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານເພີ່ມທະວີການອະນຸລັກ,ສືບທອດແລະນຳໃຊ້ມໍລະດົກວັດທະນະທຳແລະທຳມະຊາດ

2024-08-06 17:44:34 cri


      ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານເພີ່ມທະວີການອະນຸລັກ,ສືບທອດແລະນຳໃຊ້ມໍລະດົກວັດທະນະທຳແລະທຳມະຊາດ, “ເສັ້ນໃຈກາງປັກກິ່ງ-ຜົນງານດີເດັ່ນແຫ່ງຄວາມເປັນລະບຽບຂອງນະຄອນຫຼວງໃນອຸດົມການຂອງຈີນ” ແລະ “ກຸ່ມໜອງທະເລຊາຍແລະພູຊາຍປ່າຕ່ານຈີລິນ”, “ຈຸດຖິ່ນຖານບ່ອນພັກອາໄສຂອງນົກຍ້າຍຖິ່ນຢູ່ທະເລຮວງໄຫ(ໂປໄຫ)ຈີນໄລຍະທີ 2” ໄດ້ຖືກຈັດເຂົ້າໃນ “ບັນຊີມໍລະດົກໂລກ” ເຊິ່ງມີຄວາມໝາຍທີ່ຕັ້ງໜ້າຕໍ່ການສ້າງຄວາມທັນສະໄໝແບບຈີນທີ່ອະລິຍະທຳດ້ານວັດຖຸແລະອະລິຍະທຳດ້ານຈິດໃຈປະສານສົມທົບກັນ,ມະນຸດແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ.

      ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຕ້ອງອະນຸລັກສິ່ງລ້ຳຄ່າດ້ານວັດທະນະທຳແລະສິ່ງປະເສີດດ້ານທຳມະຊາດຂອງປະຊາຊາດຈີນໃຫ້ດີ,ເພີ່ມທະວີວຽກງານສືບທອດແລະນຳໃຊ້ມໍລະດົກວັດທະນະທຳແລະທຳມະຊາດຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ມັນສາມາດເປັ່ງປະກາຍພະລັງຊີວິດໃໝ່ແລະສີສັນໃໝ່ໃນຍຸກໃໝ່ອອກມາແລະຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ຊີວິດການເປັນຢູ່ອັນດີງາມຂອງປະຊາຊົນໄດ້ເປັນຢ່າງດີກວ່າເກົ່າ.