ຄາດວ່າ ຈະມີລົມພາຍຸ 2 ຫາ 3 ຫົວພັດຂຶ້ນຝັ່ງຂອງຈີນໃນເດືອນສິງຫານີ້

2024-08-06 17:25:10 cri


ວັນທີ 5 ສິງຫານີ້, ກະຊວງຄຸ້ມຄອງແລະຮັບມືສຸກເສີນຈີນແຈ້ງຂ່າວໃຫ້ຮູ້ວ່າ: ໂດຍຜ່ານການເປິກສາແລະຄາດຄະເນຂອງຫຼາຍຝ່າຍແລ້ວເຫັນວ່າ, ໃນເດືອນສິງຫານີ້, ລະດັບນ້ຳຢູ່ແມ່ນ້ຳໃຫຍ່ 7 ສາຍຂອງຈີນໄດ້ເຂົ້າສູ່ໄລຍະນ້ຳຂຶ້ນສູງທີ່ສຸດ, ບາງເຂດຢູ່ພາກຕາເວັນອອກສຽງເໜືອ, ພາກເໜືອແລະພາກຕາເວັນຕົກສຽງໃຕ້ມີຄວາມສ່ຽງທີ່ຈະປະສົບກັບໄພນ້ຳຖ້ວມ, ແມ່ນ້ຳຢາງຊິກຽງ, ແມ່ນ້ຳເຫຼືອງແລະແມ່ນ້ຳອື່ນໆອາດຈະເກີດນ້ຳຖ້ວມກາຍລະດັບເຕືອນໄພ, ຄວາມປັ່ນປ່ວນຂອງອາກາດຮ້າຍແຮງຈະໜັກໜ່ວງຂຶ້ນຕື່ມອີກ, ລົມພາຍຸກັບໝາກເຫັບຕົກຈະເກີດຂຶ້ນຢູ່ຫຼາຍບ່ອນ, ຄາດວ່າຍັງຈະມີລົມພາຍຸ 2 ຫາ 3 ຫົວພັດຂຶ້ນຝັ່ງ ແລະກະທົບເຖິງເຂດແຄມຝັ່ງທະເລທາງພາກໃຕ້ແລະພາກຕາເວັນອອກຂອງຈີນຢ່າງຈະແຈ້ງ.