ລັດຖະມົນຕີຕ່າງປະເທດຈີນສົນທະນາທາງໂທລະສັບກັບລັດຖະມົນຕີການຕ່າງປະເທດເອຢິບ

2024-08-07 11:42:23 cri

ວັນທີ 6 ສິງຫານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົນທະນາທາງໂທລະສັບກັບທ່ານບາ ອັບເດວ ອາທີ ລັດຖະມົນຕີກະຊວງຕ່າງປະເທດເອຢິບຕາມເວລານັດໝາຍ.


ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສະຖານະການໃນຕາເວັນອອກກາງເປັນຈຸດໜັກ. ທ່ານຫວາງຢີ້ກ່າວວ່າ, ຈີນກ່າວປະນາມຢ່າງຮຸນແຮງຕໍ່ເຫດການລອບສັງຫານໃນຄັ້ງນີ້. ຈີນມີຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍ ແລະຈະແຈ້ງຕໍ່ບັນຫາປາເລັດສະຕິນ. ຈີນຈະທຳຄວາມພະຍາຍາມຮ່ວມກັບຝ່າຍຕ່າງໆ, ເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມອີກ.


ທ່ານອັບເດວ ອາທີ ກ່າວວ່າ, ເອຢິບຊົມເຊີຍຈີນທີ່ໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນສັນຕິພາບຂອງຕາເວັນອອກກາງໃນລະດັບສູງ, ແລະຈະຮັກສາການປະສານສົມທົບຢ່າງໃກ້ຊິດກັບຈີນ, ເພື່ອປ້ອງກັນບໍ່ໃຫ້ເກີດສະຖານະການຮ້າຍແຮງຂຶ້ນຕື່ມອີກ.