ທ່ານຫຼີວຈ້ຽນຊ່າວຢ້ຽມຢາມອູຣູກວາຍ

2024-08-07 12:02:47 CRI


     ວັນທີ 5 ແລະວັນທີ 6 ສິງຫານີ້, ທ່ານຫຼີວຈ້ຽນຊ່າວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນໄປຢ້ຽມຢາມອູຣູກວາຍ, ໄດ້ເຂົ້າພົບທ່ານລູຍສ໌ ລາກາເລ ໂພ ປະທານາທິບໍດີອູຣູກວາຍ ພ້ອມທັງໄດ້ແລກປ່ຽນຄວາມເຫັນກັບເພິ່ນ ແລະການນຳທ່ານອື່ນໆຂອງອູຣູກວາຍ, ສອງຝ່າຍໄດ້ແລປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນ-ອູຣູກວາຍ. ຄະນະຜູ້ແທນພັກກອມມູນິດຈີນຍັງໄດ້ສົນທະນາແລະແລກປ່ຽນກັບສື່ມວນຊົນ ຄັງປັນຍາ ແລະຜູ້ຕາງໜ້າຈາກມະຫາວິທະຍາໄລຕ່າງໆຂອງອູຣູກວາຍ, ເພື່ອແນະນຳຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມູນິດຈີນສະໄໝທີ 20 ຢ່າງເລິກເຊິ່ງ. ສອງຝ່າຍມີຄວາມເຫັນເປັນເອກະພາບກັນວ່າ, ຈະຮ່ວມກັນປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດໃຫ້ດີ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອູຣູກວາຍໃຫ້ກ້າວຂຶ້ນສູ່ລະດັບໃໝ່, ຊຸກຍູ້ການພົວພັນລະຫວ່າງຈີນກັບອາເມຣິກາລາຕິນໃຫ້ຂະຫຍາຍໄປຂ້າງໜ້າ.