ວັນທີ 6 ສິງຫານີ້ ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານຮັດຊານ ຊາຟາດີ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດແລະວຽກງານຊາວຕ່າງດ້າວຂອງຊອກດານີຕາມການນັດໝາຍ, ໂດຍໄດ້ສຸມໃສ່ແລກປ່ຽນຄວາມເຫັນກ່ຽວກັບສະຖານະການຢູ່ຕາເວັນອອກກາງ.
ທ່ານຮັດຊານ ຊາຟາດີກ່າວວ່າ: ປະຊາຄົມໂລກຄວນດຳເນີນການໃນທັນທີ, ຫຼີກເວັ້ນບໍ່ໃຫ້ການປະທະກັນຮຸນແຮງຂຶ້ນ, ສະກັດກັ້ນການກະທຳລະເມີດກົດໝາຍສາກົນ, ບັນລຸການຢຸດຍິງຢູ່ເຂດກາຊາໂດຍໄວແລະຮັບຮອງ “ແຜນການສອງປະເທດ” ເພື່ອບັນລຸການສ້າງຕັ້ງປະເທດຢ່າງເປັນເອກະລາດຂອງປາແລັດສະຕິນ. ຊອກດານີຍິນດີຮັກສາການແລກປ່ຽນກັບຈີນ.
ທ່ານຫວາງຢີ້ກ່າວວ່າ: ຈີນເດັດດ່ຽວຄັດຄ້ານແລະກ່າວປະນາມຢ່າງຮຸນແຮງຕໍ່ການກະທຳລອບສັງຫານ. ຈີນຍິນດີຮັກສາການແລກປ່ຽນແລະປະສານງານກັບຊອກດານີ, ຊຸກຍູ້ໃຫ້ຟື້ນຟູການເຈລະຈາກ່ຽວກັບການຢຸດຍິງໂດຍໄວ, ຊຸກຍູ້ໃຫ້ສະຖານະການຢູ່ຕາເວັນອອກກາງຜ່ອນຄາຍລົງໂດຍໄວ.