ກະຊວງການຕ່າງປະເທດຈີນ: ຫຼັກໝັ້ນຂອງຈີນກ່ຽວກັບຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍຈາກໂຮງໄຟຟ້າຟູຄູຊີມະລົງສູ່ທະເລຝ່າຍດຽວນັ້ນບໍ່ມີການປ່ຽນແປງ

2024-08-08 17:10:59 cri



      ຕາມຂ່າວລາຍງານໃຫ້ຮູ້ໃນວັນທີ 7 ສິງຫານີ້ວ່າ: ບໍລິສັດໄຟຟ້າໂຕກຽວຂອງຍີ່ປຸ່ນໄດ້ເລີ່ມດຳເນີນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຈາກໂຮງໄຟຟ້າ ຟູຄູຊີມະລົງສູ່ທະເລງວດທີ 8, ຄາດວ່າຈະສືບຕໍ່ໄປຈົນຮອດວັນທີ 25 ສິງຫານີ້ແລະມີແຜນຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍງວດນີ້ປະມານ 7.800 ໂຕນ.

      ຕໍ່ກັບເລື່ອງນີ້, ທ່ານນາງ ໝາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 7 ສິງຫານີ້ວ່າ: ຫຼັກໝັ້ນຂອງຈີນທີ່ຄັດຄ້ານຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຝ່າຍດຽວນັ້ນບໍ່ມີການປ່ຽນແປງ,ຈີນຮຽກຮ້ອງໃຫ້ຍີ່ປຸ່ນຈົ່ງປະສານສົມທົບຢ່າງຮອບດ້ານໃນການວາງແຜນຕິດຕາມວັດແທກຈາກສາກົນໄລຍະຍາວທີ່ມີປະເທດບ້ານໃກ້ເຮືອນຄຽງແລະຝ່າຍທີ່ມີຜົນປະໂຫຍດກ່ຽວຂ້ອງອື່ນໆເຂົ້າຮ່ວມຢ່າງແທ້ຈິງ,ເປັນເອກະລາດແລະມີປະສິດທິຜົນ.