ຍອດມູນຄ່າການຄ້າຂາເຂົ້າຂາອອກດ້ານວັດຖຸຂອງຈີນໃນ 7 ເດືອນປີນີ້ໄດ້ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-08-09 11:14:48 CRI


     ວັນທີ 7 ສິງຫານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກົມໃຫຍ່ດ່ານພາສີຈີນວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດມູນຄ່າການຄ້າຂາເຂົ້າຂາອອກດ້ານວັດຖຸຂອງຈີນໄດ້ມີເຖິງ 24.830 ຕື້ຢວນ, ການຄ້າກັບຕ່າງປະເທດໄດ້ຮັກສາທ່ວງທ່າໄປທາງທີ່ດີຢ່າງໝັ້ນທ່ຽງ.


ຕາມຂໍ້ມູນສະຖິຕິຂອງດ່ານພາສີຈີນສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ຍອດມູນຄ່າການຄ້າຂາເຂົ້າຂາອອກດ້ານວັດຖຸຂອງຈີນໄດ້ມີເຖິງ 24.830 ຕື້ຢວນ, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ມູນຄ່າການຄ້າຂາອອກມີເຖິງ 14.260 ຕື້ຢວນ, ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສ່ວນມູນຄ່າການຄ້າຂາເຂົ້າກວມເຖິງ 10.570 ຕື້ຢວນ, ເພີ່ມຂຶ້ນ 5,4%.