ບັນຫາສັງຄົມໜັກໜ່ວງທີ່ສຸດທີ່ພວກເຮົາປະເຊີນໜ້ານັ້ນລ້ວນແຕ່ແມ່ນບັນຫາການອອກແບບກົນໄກ

2024-08-09 16:40:51 CRI

 

   ວັນທີ 14 ກໍລະກົດຜ່ານມາ, ກອງປະຊຸມວິທະຍາສາດພື້ນຖານສາກົນ 2024 ໄດ້ໄຂຂຶ້ນຢູ່ມະຫາວິທະຍາໄລຊິງຮວາຂອງຈີນ. ທ່ານ ເອຣິກ ມາສກິນ ເຈົ້າຂອງລາງວັນໂນເບວສາຂາເສດຖະສາດ ທັງເປັນສາດສະດາຈານກິຕິມະສັກຂອງມະຫາວິທະຍາໄລຊິງຮວາໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.


   ທ່ານ ມາສກິນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ຂ້າພະເຈົ້າມີຄວາມສົນໃຈຫຼາຍຕໍ່ການອອກແບບກົນໄກ, ສ່ວນການອອກແບບກົນໄກລວມມີການສ້າງຕະຫຼາດທີ່ໃໝ່ອ່ຽມ. ຕົວຢ່າງ: ຖ້າຢາກແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ, ພວກເຮົາຕ້ອງສ້າງຕະຫຼາດທີ່ມີປະສິດທິພາບສູງສໍາລັບການລະບາຍກາກບອນ. ຕະຫຼາດແບບນີ້ຈະບໍ່ປາກົດຕົວອອກມາແບບອັດຕະໂນມັດ, ຍົກເວັ້ນແຕ່ພວກເຮົາສ້າງມັນອອກມາຢ່າງເປັນເຈົ້າການເທົ່ານັ້ນ. ບັນຫາສັງຄົມທີ່ໜ້າສົນໃຈ ແລະ ໜັກໜ່ວງທີ່ສຸດທີ່ພວກເຮົາປະເຊີນໜ້າຢູ່ໃນປັດຈຸບັນນີ້, ລ້ວນແຕ່ແມ່ນບັນຫາການອອກແບບກົນໄກ. ພວກເຮົາຈໍາເປັນຕ້ອງອອກແບບກົນໄກອັນໃໝ່ແບບບໍ່ເຄີຍມີມາກ່ອນ, ຈຶ່ງຈະສາມາດແກ້ໄຂບັນຫາສາກົນທີ່ເລັ່ງດ່ວນໄດ້ ເຊັ່ນ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາຊີວະນານາພັນ, ການແກ້ໄຂວິກິດການດ້ານພະລັງງານ, ການໄດ້ຮັບແຫຼ່ງນໍ້າທີ່ສະອາດເປັນຕົ້ນ. ບັນຫາເຫຼົ່ານີ້ລ້ວນແຕ່ຕ້ອງການພວກເຮົາສະເໜີແນວຄິດອັນໃໝ່ໂດຍສະເພາະແມ່ນແນວຄິດການອອກແບບກົນໄກ.