ວຽກງານກະກຽມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ເຂົ້າສູ່ໄລຍະສຸດທ້າຍ

2024-08-09 11:08:40 CRI


     ອີກບໍ່ຮອດ 100 ມື້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ກໍຈະເປີດງານ, ປັດຈຸບັນ, ວຽກງານກະກຽມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ໄດ້ເຂົ້າສູ່ໄລຍະສຸດທ້າຍ.


     ໃນກອງປະຊຸມເຊື່ອມຕໍ່ການສະໜອງກັບຄວາມຕ້ອງການກ່ອນຈັດງານສຳລັບເຂດວາງສະແດງອຸປະກອນເຕັກນິກ ແລະລົດຍົນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ທີ່ຈັດຂຶ້ນໃນວັນທີ 8 ສິງຫານີ້, ທ່ານອູເຈິ້ງຜີງ ຮອງຫົວໜ້າກົມວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ແນະນຳໃຫ້ຮູ້ວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຈະຈັດຂຶ້ນຢູ່ຊຽງໄຮ້ລະຫວ່າງວັນທີ 5 ຫາ 10 ພະຈິກປີນີ້, ປັດຈຸບັນນີ້, ວຽກງານຮັບການວາງສະແດງສຳລັບວິສາຫະກິດ ແລະການຄ້າໄດ້ສຳເລັດໂດຍພື້ນຖານ, ໄດ້ເລີ່ມເປີດໃຫ້ຜູ້ຊົມທີ່ເປັນນັກວິຊາການລົງທະບຽນຂໍເຂົ້າຊົມຢ່າງຮອບດ້ານ, ແລະໄດ້ເລີ່ມຮັບການຮ້ອງຂໍຈັດກິດຈະກຳຕ່າງໃນໄລຍະຈັດງານ, ການຮັບນັກທຸລະກິດຢ່າງຖືກເປົ້າໝາຍ ແລະການເຊື່ອມຕໍ່ການສະໜອງກັບຄວາມຕ້ອງການໄດ້ຮັບການປະຕິບັດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.