ຈິດໃຈກິລາຊາດຈີນຢູ່ໃນໃຈຂອງທ່ານສີຈິ້ນຜິງ

2024-08-09 11:07:26 cri



ພາລະກິດທີ່ຍິ່ງໃຫຍ່ບົ່ມເພາະຈິດໃຈທີ່ຍິ່ງໃຫຍ່, ຈິດໃຈທີ່ຍິ່ງໃຫຍ່ສ້າງພາລະກິດທີ່ຍິ່ງໃຫຍ່ໃຫ້ສຳເລັດ. ເວົ້າສຳລັບພາລະກິດກິລາແລະຈິດໃຈກິລາແລ້ວກໍເປັນແນວນີ້ເຊັ່ນດຽວກັນ. 


ວັນທີ15 ກັນຍາ 2021, ຢູ່ຫ້ອງໂຖງໃຫຍ່ເບື້ອງເໜືອຂອງຫໍສະພາແຂວງສ້ານຊີ່, ໃນເວລາທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນທີ່ເດີນທາງໄປເຂົ້າຮ່ວມພິທີເປີດງານມະຫາກຳກິລາແຫ່ງຊາດຈີນຄັ້ງທີ14 ນັ້ນໄດ້ພົບປະຢ່າງສະໜິດສະໜົມກັບຜູ້ແທນວົງການກິລາ, ເພິ່ນໄດ້ຈື່ໜ້າທ້າວຊູ່ປິງທຽນ ນັກກິລາແລ່ນໄລຍະສັ້ນທັນທີເລີຍ.

 

ເພິ່ນໄດ້ໃຫ້ກຳລັງໃຈແກ່ທ້າວຊູ່ປິງທຽນວ່າ: “ເຖິງວ່າ ເຈົ້າບໍ່ໄດ້ຫຼຽນລາງວັນກໍຕາມ, ແຕ່ວ່າຄຸນຄ່າຂອງມັນບໍ່ໄດ້ດ້ອຍກວ່າຖ້າທຽບໃສ່ຫຼຽນຄຳຫຼຽນໜຶ່ງ, ເຈົ້າໄດ້ທຳລາຍສະຖິຕິການແລ່ນຮ້ອຍແມັດຂອງຊາວອາຊີ.” ທ່ານສີຈິ້ນຜິງຍັງຢືນຢັນວ່າ: ນີ້ແມ່ນຈິດໃຈຢ່າງໜຶ່ງ ທັງເປັນວິທະຍາສາດການກິລາຢ່າງໜຶ່ງ.

 

ການໃຫ້ກຳລັງໃຈຢ່າງອົບອຸ່ນຂອງທ່ານສີຈິ້ນຜິງໄດ້ພາໃຫ້ມີສຽງຕົບມືດັງຂຶ້ນຢ່າງຟົດສະໜັ່ນຢູ່ຫ້ອງໂຖງໃຫຍ່.

 

ສິ່ງທີ່ທ່ານສີຈິ້ນຜິງເວົ້າເຖິງນັ້ນແມ່ນໃນງານກິລາໂອລິມປິກໂຕກຽວ2021, ທ້າວຊູ່ປິງທຽນ ໄດ້ທຳລາຍສະຖິຕິອາຊີດ້ວຍຜົນງານແລ່ນເຂົ້າເສັ້ນໄຊໃຊ້ເວລາ 9 ວິນາທີ 83 ລັບດາ ເຊິ່ງກາຍເປັນນັກກິລາຈີນຄົນທຳອິດທີ່ໄດ້ເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນແລ່ນຮ້ອຍແມັດຊາຍໃນງານກິລາໂອລິມປິກ. ຈິດໃຈຊາດດ້ານກິລາທີ່ລາວສະແດງອອກມານັ້ນໄດ້ຮັບຄວາມເຄົາລົບນັບຖື ແລະ ເປັນທີ່ຍອມຮັບຈາກຜູ້ຄົນທັງຫຼາຍ ລວມທັງຜູ້ຊົມອາຊີ.

 



ຕອນຄ່ຳວັນທີ 4 ມີນາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວປາກາດເປີດງານກິລາໂອລິມປິກຄົນພິການລະດູຫນາວປັກກິ່ງ2022

  ປັດຈຸບັນ, ງານກິລາໂອລິມປິກປາຣີ2024ພວມດຳເນີນຢູ່ຢ່າງຟົດຟື້ນ. ນັກກິລາຈີນໄດ້ນຳຕາມຄວາມຝັນ, ລື່ນກາຍຂີດຈຳກັດດ້ານຄວາມສາມາດຂອງຕົນຢູ່ຕາມສະໜາມແຂ່ງຂັນສາກົນ, ໂດຍໄດ້ສ້າງຈຸດເວລາທີ່ຫຼົງລືມໄດ້ຍາກຢ່າງຫຼວງຫຼາຍແລະກະຕຸ້ນຈິດໃຈຕື່ນເຕັ້ນເປັນທີ່ສຸດຂອງຜູ້ຊົມ.

 

ຕົວຢ່າງ: ນາງເຈີ້ງຊິ່ນເວີນ ໄດ້ບຸກທະລຸຂີດຈຳກັດດ້ານຄວາມສາມາດແລະລື່ນກາຍຕົນເອງ, ສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນເທັນນິດປະເພດຍິງດ່ຽວໃນງານກິລາໂອລິມປິກປາຣີ ເຊິ່ງເປັນການສ້າງສະຖິຕິໃໝ່ໃນປະຫວັດສາດຂອງກິລາເທັນນິດຈີນ; ນັກກິລາລອຍນ້ຳທີມຊາດຈີນໄດ້ຮ່ວມແຮງຮ່ວມໃຈກັນທຳລາຍການຜູກຂາດມາເປັນເວລາ40ປີຂອງທີມຊາດອາເມຣິກາໃນການແຂ່ງຂັນລອຍທ່າປະສົມ4×100ແມັດຊາຍ ໂດຍຊີງໄດ້ຫຼຽນຄຳ ແລະອື່ນໆ.

 

ຈິດໃຈກິລາຊາດຈີນມີເນື້ອໃນຕົ້ນຕໍຄື: ຍາດເອົາຄວາມມີກຽດສະຫງ່າມາໃຫ້ປະເທດຊາດ, ອຸທິດຕົນຢ່າງເອື້ອເຟື່ອເຜື່ອແຜ່, ສະແຫວງຫາຄວາມເປັນຈິງຕາມຫຼັກວິທະຍາສາດ, ເຄົາລົບປະຕິບັດຕາມກົດລະບຽບ, ສາມັກຄີປະສານງານກັນ, ບຸກບືນສູ້ຊົນ ເຊິ່ງຈິດໃຈນີ້ໄດ້ກະຕຸກຊຸກຍູ້ຈິດໃຈຂອງລູກຫຼານປະຊາຊາດຈີນທຸກຄົນບໍ່ວ່າຢູ່ໃນຫຼືຢູ່ນອກສະໜາມແຂ່ງຂັນ.

 

ນີ້ຄືຍຸກສະໄໝທີ່ຍິ່ງໃຫຍ່ຂອງນັກສູ້, ຈິດໃຈກິລາຊາດຈີນຕ້ອງເປັ່ງລັດສະໝີທີ່ມີເອກະລັກສະເພາະ.

 

ທ່ານສີຈິ້ນຜິງເວົ້າວ່າ: “ທຸກເທື່ອທີ່ຂ້າພະເຈົ້າໄດ້ເຫັນນັກກິລາປະເທດພວກເຮົາບຸກບືນສູ້ຊົນ, ກ້າສ້າງຜົນງານດີເດັ່ນ ເພື່ອຍາດເອົາຄວາມມີກຽດສະຫງ່າມາໃຫ້ປະເທດຊາດໃນການແຂ່ງຂັນກິລາລະດັບສາກົນທີ່ສຳຄັນ, ຂ້າພະເຈົ້າໄດ້ຮ້ອງໂຮຊົມເຊີຍໃຫ້ທຸກຄົນຢູ່ໃນໃຈ.” ເພິ່ນເຫັນວ່າ ຈີນໃນຍຸກໃໝ່ຍິ່ງຕ້ອງການຈິດໃຈທີ່ແບກຫາບພາລະກຳ ແລະ ການສູ້ຊົນຕ້ອງມີຂ້ອຍ.

 

ໃນງານກິລາໂອລິມປິກປາຣີ2024, ນາງຊຸ່ຍເສີນຊີ່ ນັກກິລາສະເກັດບ໋ອດ ອາຍຸພຽງແຕ່14ປີໄດ້ສ້າງຜົນງານດີທີ່ສຸດຂອງນັກກິລາຈີນຈາກການແຂ່ງຂັນສະເກັດບ໋ອດໃນງານກິລາໂອລິມປິກ. ນາງເຕີ້ງຢາເວີນ ທີ່ມີອາຍຸ18ປີຍາດໄດ້ຫຼຽນຄຳໂອລິມປິກຫຽນທຳອິດຂອງຈີນຈາກການແຂ່ງຂັນກິລາລົດຖີບວິບາກເພດຍິງທ່າເສລີຢູ່ສວນສາທາລະນະ ແລະອື່ນໆ. ໄວໜຸ່ມຈີນບໍ່ປ່ອຍໃຫ້ເວລາອັນມີຄຸນຄ່າສູນເສຍໄປລ້າໆ, ຍາດເອົາຄວາມມີກຽດສະຫງ່າ ແລະ ກຽດສັກສີມາໃຫ້ປະເທດຊາດ, ເພີ່ມສີສັນໃຫ້ແກ່ການແຂ່ງຂັນ ແລະຊີວິດຂອງຕົນເອງ.

 



ວັນທີ 27 ກໍລະກົດ 2024, ນາງຫວງຢວີຖິງ ແລະ ທ້າວ ເຊີ້ງຫຼີຫາວ ນັກກິລາທີມຊາດຈີນຊິງໄດ້ຫຼຽນຄຳຈາກການແຂ່ງຂັນຍິງປືນລົມ10ແມັດປະເພດຄະນະປະສົມຍິງ-ຊາຍ. ນັກຮຽນແລະຄູອາຈານຂອງໂຮງຮຽນປະຖົມທີ່ນາງ ຫວງຢວີຖິງເຄີຍຮຽນຢູ່ນັ້ນ ໄດ້ຮ້ອງໂຮຊົມເຊີຍສົ່ງກຳລັງແຮງໃຈໃຫ້ນາງຜ່ານການເບິ່ງຖ່າຍທອດສົດການແຂ່ງຂັນ.

ເມື່ອທຸງຊາດຈີນສີແດງຫ້າດາວຖືກຊັກຂຶ້ນເທື່ອແລ້ວເທື່ອອີກ ແລະເພງຊາດຈີນໄດ້ດັງກ້ອງກັງວານເທື່ອແລ້ວເທື່ອອີກຢູ່ສະໜາມແຂ່ງຂັນງານກິລາໂອລິມປິກປາຣີ, ຈິດໃຈກິລາຊາດຈີນບໍ່ພຽງແຕ່ໄດ້ກະຕຸ້ນນ້ຳໃຈຮັກຊາດ ແລະ ຄວາມພາກພູມໃຈຕໍ່ຊາດຂອງລູກຫຼານປະຊາຊາດຈີນທັງພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ຍັງໄດ້ເພີ່ມຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມໝັ້ນໃຈຂອງປະຊາຊາດຈີນຕື່ມອີກ.

 

ປີ2014, ໃນເວລາໄປຢ້ຽມຢາມຄະນະນັກກິລາທີມຊາດຈີນທີ່ເຂົ້າຮ່ວມງານກິລາໂອລິມປິກລະດູໜາວໂຊຊີທີ່ປະເທດຣັດເຊຍເປັນເຈົ້າພາບນັ້ນ, ທ່ານສີຈິ້ນຜິງໄດ້ເວົ້າວ່າ: “ຢູ່ໃນສະໜາມແຂ່ງຂັນແມ່ນເຕັມໄປດ້ວຍນັກກິລາທີ່ເກັ່ງກ້າສາມາດເປັນຈຳນວນຫຼວງຫຼາຍ. ຜົນງານມັນບໍ່ພຽງແຕ່ຢູ່ນຳວ່າ ຈະຍາດໄດ້ຫຼຽນລາງວັນຫຼືບໍ່, ຫຼືຈະຍາດໄດ້ຫຼຽນລາງວັນເທົ່າໃດຫຼຽນເທົ່ານັ້ນ, ມັນຍັງສະແດງອອກຢູ່ນຳຈິດໃຈໂອລິມປິກ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ຢຸດຢັ້ງ, ເອົາຊະນະຕົນເອງ, ລື່ນກາຍຂີດຈຳກັດດ້ານຄວາມສາມາດຂອງຕົນເອງ.”

 

ໃນການແຂ່ງຂັນລອຍນ້ຳທ່າເສລີ 100 ແມັດຊາຍຮອບຊີງຊະນະເລີດໃນງານກິລາໂອລິມປິກປາຣີ2024, ທ້າວພານຈານເລີ້ ນັກກິລາຈີນໄດ້ທຳລາຍສະຖິຕິໂລກທີ່ຕົນເອງສ້າງຂຶ້ນພ້ອມທັງຍາດໄດ້ຫຼຽນຄຳ. ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນ, ນັກກິລາໜຸ່ມນ້ອຍຜູ້ນີ້ເວົ້າວ່າ: “ເມື່ອໜຶ່ງປີກ່ອນ, ນີ້ຄືເປົ້າໝາຍຂອງຂ້ອຍ, ດຽວນີ້ ມັນເປັນຜົນງານຂອງຂ້ອຍ, ຕໍ່ຈາກນີ້ໄປ ຂ້ອຍຍັງອາດຈະລອຍໄວກວ່ານີ້ອີກ.”

 

ການບຸກບືນສູ້ຊົນ ບໍ່ພຽງແຕ່ເປັນຄວາມປາດຖະໜາຢ່າງແຮງກ້າຕໍ່ໄຊຊະນະເທົ່ານັ້ນ, ຍັງເປັນການທ້າທາຍຕໍ່ຂີດຈຳກັດດ້ານຄວາມສາມາດຂອງຕົນເອງ, ເປັນການມຸ່ງໝັ້ນຕໍ່ກຽດຕິຍົດຂອງທີມງານ ກໍຄື ເປັນການເຄົາລົບນັບຖືຕໍ່ຈິດໃຈກິລາ.

 

ນາງ ຫຼິວຫົງ ປີນີ້ອາຍຸ 37 ປີກາຍເປັນນັກກິລາທີ່ມີອາຍຸຫຼາຍທີ່ສຸດໃນຄະນະນັກກິລາທີມຊາດຈີນທີ່ເຂົ້າຮ່ວມງານກິລາໂອລິມປິກປາຣີຄັ້ງນີ້. ໃນຖານະເປັນນັກກິລາອາວຸໂສທີ່ເຄີຍເຂົ້າຮ່ວມການແຂ່ງຂັນຍ່າງທົນຈາກງານກິລາໂອລິມປິກມາ 5 ຄັ້ງແລ້ວນັ້ນ, ນາງສາມາດຍາດໄດ້ທັງຫຼຽນຄຳ, ຫຼຽນເງິນ ແລະ ຫຼຽນທອງຕາມລຳດັບ. ເຖິງວ່າໃນງານກິລາໂອລິມປິກຄັ້ງນີ້ ນາງບໍ່ໄດ້ຮັບຫຼຽນລາງວັນໃດກໍຕາມ, ແຕ່ວ່າ ນາງມີຄວາມມັກຮັກ ແລະ ມີຄວາມຍຶດໝັ້ນຕໍ່ກິລາຍ່າງທົນ, ມີຄວາມບຸກທະລຸ ແລະ ການທ້າທາຍຕໍ່ຂີດຈຳກັດດ້ານຄວາມສາມາດຂອງຕົນເອງ ເຊິ່ງສິ່ງນີ້ໄດ້ກາຍເປັນຫຼຽນຄຳຕະຫຼອດຫຼຽນໜຶ່ງຂອງນາງມາແຕ່ດົນແລ້ວ.

 



ວັນທີ 4 ສິງຫາ 2024, ນັກກິລາລອຍນ້ຳທີມຊາດຈີນຊີງໄດ້ຫຼຽນຄຳໃນການແຂ່ງຂັນລອຍທ່າປະສົມ4×100ແມັດຊາຍໃນງານກິລາໂອລິມປິກປາຣີ


ຢູ່ໃນສະໜາມແຂ່ງຂັນກິລາ, ບໍ່ເຄີຍມີຄວາມສຳເລັດທີ່ໄດ້ມາຢ່າງງ່າຍດາຍຈັກເທື່ອ. ການບຸກທະລຸ ແລະ ລື່ນກາຍຂີດຈຳກັດດ້ານຄວາມສາມາດຂອງຕົນທຸກເທື່ອ ລ້ວນແລ້ວແຕ່ມາຈາກຄວາມມຸ່ງໝັ້ນແບບມື້ຕໍ່ມື້ ແລະ ຢາດເຫື່ອທຸກຢາດ.

 

ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ນັກກິລາຕ້ອງມີອຸດົມການທີ່ຍາດເອົາຄວາມມີກຽດສະຫງ່າມາໃຫ້ປະເທດຊາດ ແລະກ້າສ້າງຜົນງານທີ່ດີເດັ່ນ.” ເພິ່ນເຄີຍສັ່ງສອນໃຫ້ນັກກິລາຕ້ອງຫັດແອບດ້ວຍຄວາມອົດທົນບໍ່ວ່າຈະເປັນອາກາດຮ້ອນອົບເອົ້າຫຼືໜາວຈັດ, ເພີ່ມທະວີການປະດິດສ້າງດ້ານເຕັກນິກ, ຮຽນຮູ້ ແລະ ຖອດຖອດເອົາແນວຄິດ ແລະ ເຕັກນິກທີ່ທັນສະໄໝຂອງຕ່າງປະເທດ, ເພື່ອຍົກສູງລະດັບການຫັດແອບ ແລະ ການແຂ່ງຂັນຢ່າງບໍ່ຢຸດຢັ້ງ.

 

ທ່ານສີຈິ້ນຜິງສົ່ງເສີມວ່າ: “ນັກກິລາຈີນເຖິງຈະບໍ່ໄດ້ຫຼຽນຄຳຈາກການແຂ່ງຂັນກໍບໍ່ເປັນຫຍັງ, ແຕ່ວ່າຕ້ອງຍາດເອົາຫຼຽນຄຳດ້ານຈິດໃຈໂອລິມປິກ, ຍາດເອົາຫຼຽນຄຳແຫ່ງການເຄົາລົບກົດລະບຽບ, ຍາດເອົາຫຼຽນຄຳທີ່ປອດໃສຂາວສະອາດໃຫ້ໄດ້.”

 

ໄຊຊະນະແມ່ນຍາດມາດ້ວຍການແຂ່ງຂັນຈາກຄວາມສາມາດຕົວຈິງ, ຍິ່ງເປັນກຽດສະຫງ່າດ້ານຈິດໃຈ. ອີງໃສ່ການຫັດແອບຢ່າງດຸໝັ່ນຕາມຫຼັກວິທະຍາສາດ, ຍາດເອົາສຽງຕົບມືຊົມເຊີຍດ້ວຍຢາດເຫື່ອແລະຄວາມພະຍາຍາມ, ທັງໝົດເຫຼົ່ານີ້ລ້ວນແຕ່ເປັນຄວາມໝາຍສຳຄັນຂອງຈິດໃຈກິລາຊາດຈີນ.

 

ຈິດໃຈເປັນການສືບທອດຂອງຍຸກສະໄໝ ຍິ່ງເປັນພະລັງແຮງທີ່ກ້າວໄປຂ້າງໜ້າ.

 

ປີ1932, ທ້າວ ຫຼິວສາງຊຸ່ນ ເດີນທາງໄປເຂົ້າຮ່ວມງານກິລາໂອລິມປິກລອສແອນເຈີລິສ ພຽງຜູ້ດຽວ, ເປັນນັກກິລາຈີນຜູ້ທຳອິດທີ່ກ້າວເຂົ້າສູ່ສະໜາມແຂ່ງຂັນກິລາໂອລິມປິກໃນປະຫວັດສາດ. ຫຼັງຈາກນັ້ນມາເປັນເວລາ 92 ປີ, ນັກກິລາທີມຊາດຈີນໄດ້ບຸກບືນສູ້ຊົນຢູ່ຕາມສະໜາມແຂ່ງຂັນກິລາໂອລິມປິກດ້ວຍຄວາມໝັ້ນໃຈຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

 

ຄືດັ່ງທ່ານສີຈິ້ນຜິງໄດ້ເວົ້າວ່າ: ຈິດໃຈກິລາເປັນພາບຫຍໍ້ອັນໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງຈິດໃຈຂອງຈີນ. ຄວາມຫ້າວຫັ້ນບຸກບືນສູ້ຊົນຢູ່ຕາມສະໜາມແຂ່ງຂັນຂອງນັກກິລາຈີນໄດ້ສ່ອງແສງໃຫ້ເຫັນເຖິງມົນສະເໜ່ຂອງຈີນ ແລະ ຈິດໃຈຂອງຈີນ. ເຮັດໃຫ້ຊາວໂລກໄດ້ເຫັນປະເທດຈີນທີ່ສະຫງ່າຜ່າເຜີຍ, ຫ້າວຫັ້ນຟົດຟື້ນ, ສາມັກຄີບຸກບືນກ້າວໄປຂ້າງໜ້າ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ