ຫວ່າງບໍ່ດົນມານີ້ ງານກິລາໂອລິມປິກປາຣີທີ່ພວມດຳເນີນການແຂ່ງຂັນຢ່າງຟົດຟື້ນ. ຢູ່ນອກສະໜາມກິລາ, ອາເມຣິກາຊ້ຳພັດໄດ້ໃຊ້ “ການຄອບງຳເກີນຂອບເຂດ” ອີກເທື່ອໜຶ່ງ, ເຊິ່ງໄດ້ສ້າງເງົາມືດປົກຄຸມໄປທົ່ວງານກິລາໂອລິມປິກ. ຕັ້ງໃຈເຮັດໃຫ້ທິມນັກກິລາລອຍນ້ຳຂອງຈີນໄດ້ຮັບການກວດກາສານກະຕຸ້ນດ້ວຍຄວາມຖີ່ສູງທີ່ສຸດ ແຕ່ອີກດ້ານໜຶ່ງກໍໄດ້ໃສ່ຮ້າຍປ້າຍສີຢ່າງຕໍ່ເນື່ອງ.
ແຕ່ສິ່ງທີ່ໜ້າດີໃຈຄື, ນັກກິລາຈີນໄດ້ພິສູດຄວາມປອດໃສຂອງຕົນໂດຍຜ່ານການກວດກາສານກະຕຸ້ນຫຼາຍທີ່ສຸດ. ອົງການຕ້ານການໃຊ້ສານກະຕຸ້ນຂອງໂລກ ຫຼື WADA ສະຫະພັນລອຍນ້ຳໂລກ ແລະ ອົງການຈັດຕັ້ງອື່ນໆໄດ້ສະແດງທ່າທີຢ່າງຈະແຈ້ງ, ໂດຍຢືນຢັນວ່ານັກກິລາທີມຊາດຈີນບໍ່ມີການກະທຳຜິດໃດໆ. ພ້ອມກັນນັ້ນ, ຄຽງຄູ່ກັບການແຂ່ງຂັນໄດ້ດຳເນີນໄປ, ສີໜ້າແບບຜິດປົກກະຕິຂອງນັກກິລາອາເມຣິກາ ແລະ ປະເທດອື່ນໆຫຼັງການແຂ່ງຂັນລອຍນ້ຳພາໃຫ້ເກີດມີການສົນທະນາກັນຢ່າງຫຼວງຫຼາຍໃນໂລກ. ຜູ້ໃຊ້ອິນເຕີເນັດນັບບໍ່ຖ້ວນມັກຕິດຕາມຖາມວ່າ, ນັກກິລາປະເທດເຫຼົ່ານັ້ນສາມາດຜ່ານການກວດກາສານກະຕຸ້ນຫຼືບໍ່?
ມີສື່ມວນຊົນສັງເກດເຫັນວ່າ, ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາເຄີຍລົງນາມໃນ “ກົດໝາຍວ່າດ້ວຍການຕ້ານການໃຊ້ສານກະຕຸ້ນຣົດເຊັນກົບ” ໃນປີ 2020, ໂດຍອະນຸຍາດໃຫ້ລັດຖະບານອາເມຣິກາດຳເນີນການສືບສວນທາງອາຍາຕໍ່ນັກກິລາປະເທດອື່ນທີ່ຝ່າຍອາເມຣິກາເອງເຫັນວ່າມີ “ບັນຫາສານກະຕຸ້ນ” ໃນງານແຂ່ງຂັນກິລາທີ່ມີນັກກິລາອາເມຣິກາເຂົ້າຮ່ວມ. ສຳລັບຄວາມຮຽກຮ້ອງທີ່ “ທັງເປັນນັກກິລາ ທັງເປັນກຳມະການຕັດສິນ” ນີ້, ອົງການ WADAກ່າວວ່າ: “ການຂັບເຄື່ອນໂດຍການເມືອງພູມີພາກ” ຈະກະທົບເຖິງຂອບກົດໝາຍຕ້ານການໃຊ້ສານກະຕຸ້ນທີ່ຖືກຮັບຮອງໃນປະຊາຄົມໂລກ. ການກວດກາສານກະຕຸ້ນໄດ້ກາຍເປັນເຄື່ອງມື ແລະ ອາວຸດຢ່າງວ່ອງໄວ, ເຊິ່ງບໍ່ໄດ້ຍາກທີ່ຈະຊອກແຫຼ່ງທີ່ມາຈາກເລື່ອງນີ້.
ໃນຂະນະທີ່ຕິດຕາມນັກກິລາປະເທດອື່ນຢ່າງໃກ້ຊິດນັ້ນ, ອາເມຣິກາຊ້ຳພັດປິດຫູປິດຕາຕໍ່ບັນຫາສານກະຕຸ້ນຂອງນັກກິລາປະເທດຕົນ. ໃນເດືອນມີນາປີນີ້, ເອຣີຢອນ ໄນຕັນ ນັກກິລາແລ່ນຂອງອາເມຣິກາເຄີຍຖືກກວດພົບວ່າ ຜົນການກວດສານ steroid ເປັນຄ່າບວກ. ແຕ່ວ່າ ໃນເວລາທີ່ທຸກຄົນຄິດວ່າ ເຂົາຈະຖືກລົງໂທດຢ່າງໜັກໜ່ວງນັ້ນ, ອົງການຕ້ານການໃຊ້ສານກະຕຸ້ນອາເມຣິກາພັດໄດ້ປະກາດກ່ອນການແຂ່ງຂັນຄັດເລືອກພາຍໃນປະເທດກ່ອນງານກິລາໂອລິມປິກປາຣີວ່າ, ຜົນການກວດເປັນຄ່າບວກຂອງ ເອຣີຢອນ ໄນຕັນ ເປັນຍ້ອນໄດ້ກິນຊີ້ນທີ່ຖືກປົນເປື້ອນ, ດັ່ງນັ້ນຈຶ່ງຕົກລົງຈະບໍ່ໃຊ້ມາດຕະການລົງໂທດທີ່ຫ້າມບໍ່ໃຫ້ເຂົ້າຮ່ວມການແຂ່ງຂັນ, ໂດຍໄດ້ອະນຸຍາດໃຫ້ເຂົາສືບຕໍ່ເຂົ້າຮ່ວມງານກິລາໂອລິມປິກ. ໂດຍປົກປ້ອງນັກກິລາຜູ້ກະທຳຜິດຂອງປະເທດຕົນຢ່າງເປີດແປນ, ກໍໝາຍຄວາມວ່າອາເມຣິກາແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມຈອງຫອງ ແລະ ສອງມາດຕະຖານຢ່າງສຸດຂີດ.
ປະທານໃນຄະນະຊຸດປັດຈຸບັນຂອງອົງການ WADAເຄີຍກ່າວວ່າ: “ນັກກິລາອາເມຣິກາເປັນກຸ່ມນັກກິລາທີ່ຮັບການກວດກາສານກະຕຸ້ນໜ້ອຍທີ່ສຸດໃນໂລກ, ນັກກິລາ 90% ຂອງອາເມຣິກາ ເຊິ່ງລວມທັງນັກກິລາມືອາຊີບ ແລະ ນັກກິລາໃນມະຫາວິທະຍາໄລບໍ່ໄດ້ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງຂອງ WADA.” ການປົນເປື້ອນດ້ານອາຫານຂອງນັກກິລາປະເທດອື່ນເປັນ “ກົນອຸບາຍ” ທີ່ບໍ່ສາມາດໃຫ້ອະໄພໄດ້, ແຕ່ເມື່ອເປັນການກະທຳຂອງນັກກິລາອາເມຣິກາເອງແລ້ວກໍເປັນ “ເຫດການນອກການຄາດຄິດ” ແບບງ່າຍດາຍ, ສຳລັບປາກົດການທີ່ນັກກິລາອາເມຣິກາ “ໃກ້ຈະຮອດມື້ແຂ່ງຂັນແລ້ວກໍເກີດອາການຫາຍໃຈຝືດ, ຈົບການແຂ່ງຂັນແລ້ວກໍຫາຍເປັນປົກກະຕິແບບເໜືອຄວາມຄາດຄິດ” ນັ້ນພັດບໍ່ເຄີຍເວົ້າເຖິງແມ່ນແຕ່ຈັກຄວາມ. ສອງມາດຕະຖານຂອງອາເມຣິກາຄືແບບນີ້, ຖືວ່າເປັນສິ່ງທີ່ໜ້າຫົວຂວັນທີ່ສຸດ.
ໃນຖານະເປັນລາຍການແຂ່ງຂັນໃຫຍ່ທີ່ມີຫຼຽນຄຳຈຳນວນຫຼາຍ, ປະເທດຕາເວັນຕົກຖືວ່າ ລາຍການແລ່ນແລະລານ ລາຍການລອຍນ້ຳ ແລະອື່ນໆເປັນລາຍການທີ່ຕົນເອງຄອງຖານະທີ່ມີທ່າແຮງເດັດຖານ, ເຊິ່ງເຮັດໃຫ້ບາງຄົນເກີດມີຄວາມຮູ້ສຶກວ່າ “ມີແຕ່ຄົນຕາເວັນຕົກຈຶ່ງສາມາດຊີງຫຼຽນຄຳໄດ້”. ແຕ່ວ່າ, ໃນການແຂ່ງຂັນລອຍນ້ຳ ທ່າປະສົມ 4*100 ແມັດເພດຊາຍຂອງງານກິລາໂອລິມປິກປາຣີໃນປີນີ້, ທິມນັກກິລາຈີນຊີງໄດ້ຫຼຽນຄຳ, ເຊິ່ງໄດ້ທຳລາຍສະຖິຕິທີ່ທິມຊາດອາເມຣິກາຊີງຫຼຽນຄຳ ເປັນ 40 ປີລຽນຕິດ. ໃນລາຍການເຕັນນິດ, ນັກກິລາຈີນຊີງໄດ້ 1 ຫຼຽນຄຳແລະ 1 ຫຼຽນເງິນ, ບໍ່ພຽງແຕ່ຊີງໄດ້ຫຼຽນຄຳຫຼຽນທຳອິດໃນປະຫວັດສາດງານໂອລິມປິກເທົ່ານັ້ນ, ຍິ່ງໄດ້ຂຶ້ນເປັນອັນດັບໜຶ່ງໃນຕາຕະລາງຫຼຽນຂອງລາຍການເຕັນນິດເປັນຄັ້ງປະຫວັດສາດ. ສິ່ງທີ່ໜ້າຕື່ນເຕັ້ນໃຈຄືແບບນີ້ຍັງມີຫຼາຍຢູ່. ປະຊາຊົນຈີນໄດ້ໃຊ້ເຫື່ອແຮງ ແລະ ການສູ້ຊົນຂອງຕົນພິສູດໃຫ້ເຫັນແລ້ວວ່າ, ບໍ່ວ່າຢູ່ສະໜາມກິລາ ຫ້ອງທົດລອງ ຫຼື ອະວະກາດ, ການບຸກທະລຸອັນທີ່ເອີ້ນວ່າ “ເພດານ” ຂອງປະເທດຕາເວັນຕົກນັ້ນບໍ່ແມ່ນສິ່ງທີ່ “ມະນຸດບໍ່ສາມາດເຮັດໄດ້”.
ທິມຊາດຈີນສາມາດຊະນະໄດ້, ແຕ່ບາງຄົນຈະຍອມຮັບບໍ່? ງານກິລາໂອລິມປິກເປັນສະຖານທີ່ສັກສິດທີ່ສະແຫວງຫາກຽດສູງສຸດຂອງການແຂ່ງຂັນກິລາ, ເປັນເວທີທີ່ນັກກິລາສູ້ຊົນລື່ນກາຍຕົນເອງ, ແຕ່ບໍ່ຄວນກາຍເປັນສະຖານທີ່ແຂ່ງຂັນດ້ານການເມືອງ. ຂໍໃຫ້ນັກການເມືອງຕາເວັນຕົກ ແລະ ສື່ມວນຊົນທີ່ເມົາມົວໃນຄວາມເຫັນອະຄະຕິເຫຼົ່ານັ້ນ ປ່ອຍວາງຄວາມເຫັນອະຄະຕິໂດຍໄວ, ຢ່າສູ່ຍື່ນ “ມືມືດ” ໄປສູ່ແດນສະອາດຂອງງານກິລາໂອລິມປິກອີກຄັ້ງ, ຖ້າບໍ່ດັ່ງນັ້ນ ຈະພຽງແຕ່ເຮັດໃຫ້ຕົນເອງອັບອາຍຂາຍໜ້າເທົ່ານັ້ນ.