ໃນ 7 ເດືອນຕົ້ນປີ 2024 ປະລິມານການຄ້າກັບຕ່າງປະເທດຂອງຈີນສ້າງສະຖິຕິສູງສຸດເທື່ອໃໝ່

2024-08-09 15:15:18 cri

 

ໃນ ລະຫວ່າງເດືອນມັງກອນຫາກໍລະກົດ 2024 ນີ້, ການຄ້າກັບຕ່າງປະເທດຂອງຈີນໄດ້ກ້າວໄປສູ່ທິດທາງທີ່ມີຄວາມດຸນດ່ຽນ, ມີລະດັບສູງແລະມີຄຸນນະພາບສູງກວ່າເກົ່າ, ການຈັດວາງດ້ານການເປີດປະຕູສູ່ພາຍນອກພາກພື້ນຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ຕາມຂໍ້ມູນສະຖິຕິຂອງດ່ານພາສີຈີນສະແດງໃຫ້ເຫັນວ່າ: ໃນ 7 ເດືອນປີ 2024 ນີ້, ຢູ່ເຂດພາກຕາເວັນອອກຂອງຈີນມີມູນຄ່າການຄ້າຂາເຂົ້າຂາອອກ 19.930 ຕື້ຢວນ, ເພີ່ມຂຶ້ນ 7,1% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້; ເຂດພາກຕາເວັນຕົກແລະພາກກາງຂອງຈີນມີມູນຄ່າການຄ້າຂາເຂົ້າຂາອອກ4.180 ຕື້ຢວນ, ເພີ່ມຂຶ້ນ 2,5%; ເຂດພາກຕາເວັນອອກສຽງເໜືອ ມີມູນຄ່າການຄ້າຂາເຂົ້າຂາອອກ 717,58 ຕື້ຢວນ, ເພີ່ມຂຶ້ນ 2,1%.