ສູນຕ້ານການໃຊ້ສານກະຕຸ້ນຂອງຈີນຮຽກຮ້ອງໃຫ້ດຳເນີນການສືບສວນແບບອິດສະຫຼະຕໍ່ກໍລະນີທີ່ອົງການຕ້ານການໃຊ້ສານກະຕຸ້ນອາເມຣິກາປິດບັງການກະທຳຜິດລະບຽບຂອງນັກກິລາ

2024-08-09 16:37:18 cri

      ສູນຕ້ານການໃຊ້ສານກະຕຸ້ນຂອງຈີນໄດ້ອອກຖະແຫຼງການໃນວັນທີ 8 ສິງຫານີ້ໂດຍໄດ້ຮຽກຮ້ອງໃຫ້ດຳເນີນການສືບສວນແບບອິດສະຫຼະຕໍ່ກໍລະນີທີ່ອົງການຕ້ານການໃຊ້ສານກະຕຸ້ນອາເມຣິກາຫຼື USADA ໄດ້ປິດບັງການໃຊ້ສານກະຕຸ້ນທີ່ຜິດລະບຽບຂອງນັກກິລາອາເມຣິກາແລະອະນຸຍາດໃຫ້ພວກເຂົາເຂົ້າຮ່ວມການແຂ່ງຂັນ,ພ້ອມທັງຮຽກຮ້ອງໃຫ້ USADA ເປີດເຜີຍລາຍລະອຽດທີ່ກ່ຽວຂ້ອງໃນທັນທີ. ຂະນະດຽວກັນຍັງໄດ້ຮຽກຮ້ອງຢ່າງແຮງກ້າໃຫ້ລັດຖະສະພາອາເມຣິກາ,ສະພາມົນຕີUSADA ຕ້ອງກ້າປະເຊີນໜ້າກັບບັນຫາການໃຊ້ສານກະຕຸ້ນທີ່ໜັກໜ່ວງຂອງປະເທດຕົນ,ແລະກ້າປະເຊີນໜ້າກັບຄວາມຜິດພາດດ້ານການບໍລິຫານທີ່ໜັກໜ່ວງຂອງ USADA ເອງ,ເພີ່ມທະວີການຕິດຕາມຄຸ້ມຄອງແລະຈຳກັດຕໍ່ USADA, ຍົກສູງປະສິດທິພາບດ້ານວຽກງານກ່ຽວກັບການຕ້ານການໃຊ້ສານກະຕຸ້ນຂອງປະເທດຕົນ,ຍຸດຕິ “ການຄວບຄຸມທີ່ເກີນຂອບເຂດ” ແລະການກະທຳທີ່ໂຫດຮ້າຍໃນການແຊກແຊງວຽກງານຕ້ານການໃຊ້ສານກະຕຸ້ນຂອງປະເທດອື່ນຢ່າງປ່າເຖື່ອນໃນທັນທີ.