ຈີນເດັດດ່ຽວຄັດຄ້ານບາງຄົນນຳໃຊ້ງານກິລາໂອລິມປິກດຳເນີນການເຄື່ອນໄຫວທີ່ປິດລັບໃນບັນຫາໄຕ້ຫວັນ ລົບກວນການແຂ່ງຂັນໂອລິມປິກ

2024-08-10 15:10:07 CRI


    ມີສື່ມວນຊົນຖາມວ່າ: ໃນໄລຍະງານກິລາໂອລິມປິກປາຣີ, ມີຜູ້ຊົມຖືປ້າຍໂຄສະນາທີ່ຂຽນຄຳຂວັນອັນທີ່ວ່າ “ໄຕ້ຫວັນ ສູ້ໆ!”, ຈີນມີຄວາມເຫັນແນວໃດ? ນອກນີ້, ພະນັກງານໄດ້ຍຶດເອົາຄຳຂວັນທີ່ກ່ຽວຂ້ອງ ຫຼື ຮິບມັນອອກຈາກສະໜາມກິລາ, ຈີນຕີລາຄາຄືແນວໃດ?


    ວັນທີ 9 ສິງຫານີ້, ໃນເວລາຕອບຄຳຖາມດັ່ງກ່າວ,ທ່ານນາງໝາວນີງໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ: ກ່ຽວກັບບັນຫາທີ່ວ່າ “ໄຕ້ເປຈີນ” ເຂົ້າຮ່ວມງານກິລາໂອລິມປິກ, ຄະນະກຳມະການໂອລິມປິກສາກົນໄດ້ມີຂໍ້ກຳນົດຢ່າງຈະແຈ້ງບົນພື້ນຖານຫຼັກການປະເທດຈີນດຽວ, ໄດ້ຮັບຄວາມເຄົາລົບໂດຍທົ່ວໄປຈາກວົງການກິລາສາກົນ. “ກົດບັດໂອລິມປິກ” ກໍ່ມີຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບການໂຄສະນາທາງການເມືອງໃນສະໜາມກິລາໂອລິມປິກຢ່າງສະເໝີຕົ້ນສະເໝີປາຍ. ຈີນຫວັງໃຫ້ຝ່າຍຕ່າງໆເຄົາລົບຂໍ້ກຳນົດໃນ “ກົດບັດໂອລິມປິກ”, ເດັດດ່ຽວຄັດຄ້ານບາງຄົນນຳໃຊ້ງານກິລາໂອລິມປິກດຳເນີນການເຄື່ອນໄຫວທີ່ປິດລັບໃນບັນຫາໄຕ້ຫວັນ ລົບກວນການແຂ່ງຂັນໂອລິມປິກ.