ກະຊວງການຕ່າງປະເທດຈີນໃຫ້ຄຳຕອບກ່ຽວກັບຍີ່ປຸ່ນຍຶດເຮືອປະມົງໄຕ້ຫວັນຈີນ

2024-08-10 12:04:59 CRI


     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ເຮືອປະມົງຟູຢາງ 266ແລະຟູ້ເສິ່ນຂອງໄຕ້ຫວັນຈີນໄດ້ຖືກເຮືອຝ່າຍທາງການຍີ່ປຸ່ນຍຶດເອົາຕາມລຳດັບໂດຍອ້າງວ່າເຮືອໄຕ້ຫວັນໄດ້ລະເມີດກົດໝາຍການປະມົງ, ພາຍຫຼັງໄດ້ຈ່າຍເງິນປັບໄໝແລ້ວຈຶ່ງຖືກປ່ອຍ. ເຈົ້າໜ້າທີ່ໄຕ້ຫວັນເຫັນວ່າເຮືອປະມົງທີ່ກ່ຽວຂ້ອງໄດ້ລະເມີດກົດໝາຍການປະມົງຂອງຍີ່ປຸ່ນ.


     ກ່ຽວກັບເລື່ອງນີ້, ວັນທີ 9 ສິງຫານີ້, ໂຄສົກກະຊວງການຕ່າງປະເທດຈີນຕອຄຳຖາມຂອງນັກຂ່າວວ່າ: ລັດຖະບານຈີນໃຫ້ຄວາມສຳຄັນສູງຕໍ່ການປົກປັກຮັກສາຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຊາວປະມົງຈີນເຊິ່ງລວມທັງເຂດໄຕ້ຫວັນຈີນ. ອີງຕາມສັນຍາວ່າດ້ວຍການປະມົງຈີນ-ຍີ່ປຸ່ນ, ຝ່າຍຍີ່ປຸ່ນບໍ່ມີສິດຍຶດເຮືອປະມົງຈີນຢູ່ເຂດທະເລທີ່ກ່ຽວຂ້ອງ. ຈີນໄດ້ຕໍ່ວ່າຕໍ່ຂານຢ່າງເຄັ່ງຂຶມຕໍ່ຝ່າຍຍີ່ປຸ່ນ, ຮຽກຮ້ອງໃຫ້ຍີ່ປຸ່ນແກ້ຄວາມຜິດພາດໃນທັນທີ, ແລະໃຊ້ມາດຕະການຢ່າງບັງເກີດຜົນເພື່ອປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ອີກ.