ຈີນໄດ້ແຈ້ງເຕືອນ ແລະ ຂັບໄລ່ຍົນທະຫານຟີລິບປິນທີ່ບຸກເຂົ້າສູ່ເຂດອາກາດເກາະຮວງເຢນຢ່າງຜິດກົດໝາຍ

2024-08-11 14:08:32 cri

ຫວ່າງກ່ອນນີ້ເມື່ອບໍ່ດົນ, ຍົນສູ້ຮົບ NC-212 ລຳໜຶ່ງຂອງກອງທັບອາກາດຟີລິບປິນໄດ້ບຸກເຂົ້າສູ່ເຂດອາກາດເກາະຮວງເຢນຂອງຈີນຢ່າງຜິດກົດໝາຍ ໂດຍບໍ່ເອົາຫົວຊານຳການແຈ້ງເຕືອນຫຼາຍເທື່ອຂອງຈີນ ແລະ ໄດ້ລົບກວນການເຝິກຊ້ອມປົກກະຕິຂອງຈີນ. ເຂດທະຫານພາກໃຕ້ຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງກຳລັງພົນທາງທະເລ ແລະ ອາກາດ ເພື່ອແຈ້ງເຕືອນ ແລະ ຂັບໄລ່ຍົນດັ່ງກ່າວຕາມກົດໝາຍ.

ຈີນເຕືອນໃຫ້ຟີລິບປິນຕ້ອງຍຸດຕິການລ່ວງລ້ຳສິດ, ທ້າທາຍເກາະຜິດ, ບິດເບືອນຄວາມຈິງ ແລະ ປ່າວຂ່າວລືໃນທັນທີ. ຈີນມີສິດອະທິປະໄຕທີ່ບໍ່ສາມາດໂຕ້ຖຽງໄດ້ຕໍ່ເກາະຮວງເຢນ ແລະ ເຂດທະເລທີ່ຢູ່ອ້ອມຂ້າງ. ເຂດທະຫານຂອງຈີນຈະຮັກສາຄວາມລະມັດລະວັງຕະຫຼອດເວລາ ເພື່ອປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດຊາດຢ່າງເດັດດ່ຽວ, ຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ຢ່າງເດັດດ່ຽວ.