ທີມນັກກິລາຈີນຊີງໄດ້ຫຼຽນຄຳຫຼຽນທີ 300 ໃນງານກິລາໂອລິມປິກລະດູຮ້ອນ

2024-08-11 16:11:47 cri

 

    ວັນທີ 10 ສິງຫານີ້, ໃນການແຂ່ງຂັນປີ່ງປ່ອງປະເພດທີມຍິງຮອບຊີງຊະນະເລີດຂອງງານກິລາໂອລິມປິກປາຣີ, ທີມຈີນໄດ້ຊະນະທີມຍີ່ປຸ່ນ, ຊີງໄດ້ຫຼຽນຄຳ ເຊິ່ງເປັນຊີງໄດ້ຫຼຽນຄຳ 5 ຄັ້ງລຽນຕິດໃນງານກິລາໂອລິມປິກ.  ທີມຈີນໄດ້ຄວ້າຫຼຽນຄຳ 5 ຫຼຽນ ຄື ຫຼຽນຄຳທັງໝົດຂອງລາຍການປິ່ງປ່ອງໃນງານກິລາໂອລິມປິກເປັນຄັ້ງທຳອິດ.

    ຫຼຽນຄຳດັ່ງກ່າວແມ່ນຫຼຽນຄຳຫຼຽນທີ 37 ຂອງທີມນັກກິລາຈີນໃນ ງານກິລາໂອລິມປິກຄັ້ງນີ້, ທັງເປັນຫຼຽນຄຳຫຼຽນທີ 300 ຂອງທີມນັກກິລາຈີນໃນງານກິລາໂອລິມປິກລະດູຮ້ອນ.