ຄະນະກຳມະການສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນສົ່ງສານຊົມເຊີຍເຖິງຄະນະນັກກິລາທີມຊາດຈີນທີ່ເຂົ້າຮ່ວມງານກິລາໂອລິມປິກລະດູຮ້ອນຄັ້ງທີ 33

2024-08-12 15:40:45 CRI

 

   ວັນທີ 11 ສິງຫານີ້, ຄະນະກຳມະການສູນກາງພັກຄອມມູນິດຈີນແລະ ລັດຖະບານຈີນໄດ້ສົ່ງສານຊົມເຊີຍເຖິງຄະນະນັກກິລາທີມຊາດຈີນທີ່ເຂົ້າຮ່ວມງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ນະຄອນຫຼວງປາຣີຂອງຝຣັ່ງ.


    ເນື້ອໃນສານຊົມເຊີຍຂຽນວ່າ: ໃນງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ນີ້, ນັກກິລາທີມຊາດຈີນໄດ້ມີຄວາມພະຍາຍາມສູ້ຊົນ ແລະເຮັດສຳເລັດພາລະໜ້າທີ່ຂອງຕົນ ໂດຍຍາດມາໄດ້ 40 ຫຼຽນຄຳ, 27 ຫຼຽນເງິນ ແລະ 24 ຫຼຽນທອງ, ເຮັດໃຫ້ຜົນງານທາງດ້ານກິລາ ແລະ ຄວາມສິວິໄລດ້ານຈິດໃຈລ້ວນແຕ່ອຸດົມສົມບູນ, ເຊິ່ງໄດ້ນຳເອົາກຽດຕິຍົດອັນໃຫຍ່ຫຼວງມາໃຫ້ປະເທດຊາດ ແລະ ປະຊາຊົນ. ສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຄວາມຢື້ຢາມຖາມຂ່າວຢ່າງສະໜິດສະໜົມຕໍ່ທຸກທ່ານ!

 

    ໃນງານກິລາໂອລິມປິກຄັ້ງນີ້, ພວກທ່ານໄດ້ປະຕິບັດຕາມຄຳຂວັນຂອງໂອລິມປິກທີ່ວ່າ “ຍິ່ງໄວ,ຍິ່ງສູງ,ຍິ່ງເຂັ້ມແຂງ ແລະ ຍິ່ງສາມັກຄີ”, ແຂ່ງຂັນຢ່າງຍຸຕິທຳ ແລະ ແລກປ່ຽນບົດຮຽນຢ່າງມີໄມຕີຈິດກັບນັກກິລາຂອງປະເທດແລະ ເຂດແຄວ້ນຕ່າງໆຢູ່ໃນໂລກ, ໄດ້ເພີ່ມຄວາມສາມາດ ແລະ ມິດຕະພາບ,ສະແດງກຳລັງແຮງຂອງຈີນ ແລະ ຈິດໃຈຈີນໃຫ້ກັບທົ່ວໂລກ.


    ຫວັງໃຫ້ພວກທ່ານຈົ່ງຖືເປົ້າໝາຍການສ້າງສາປະເທດທີ່ເຂັ້ມແຂງໃນດ້ານກິລາ, ຈົດຈຳພາລະກຳທີ່ຍາດແຍ່ງຄວາມມີກຽດສະຫວ່າງມາໃຫ້ແກ່ປະເທດຊາດ, ປີນຈອມພູສູງໃໝ່ດ້ານກິລາເພື່ອແຂ່ງຂັນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນໃໝ່ເພື່ອພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ.