ທ່ານວາງຢີ້ແລກປ່ຽນຄວາມເຫັນກັບຜູ້ວ່າການແທນລັດຖະມົນຕີການຕ່າງປະເທດອີຣານກ່ຽວກັບສະຖານະການຢູ່ຕາເວັນອອກກາງ

2024-08-12 10:34:55 CRI


   ວັນທີ 11 ສິງຫານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານອາລີ ບາເກຣີ ຜູ້ວ່າການແທນລັດຖະມົນຕີກະຊວງການຕ່າງປະເທດອີຣານ.


    ສອງທ່ານໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບສະຖານະການຢູ່ຕາເວັນອອກກາງ. ທ່ານອາລີ ບາເກຣີໄດ້ແນະນຳຫຼັກໝັ້ນຂອງອີຣານກ່ຽວກັບກໍລະນີທີ່ທ່ານອິສມາອິວ ຮານີເຢ ຜູ້ນຳຝ່າຍການເມືອງຂອງອົງການຮາມາສ໌ຖືກລອບສັງຫານ ແລະ ຄວາມເຫັນຕໍ່ສະຖານະການຢູ່ພາກພື້ນ, ທ່ານກ່າວເນັ້ນວ່າ, ອີຣານຈະເດັດດ່ຽວຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ, ພ້ອມທັງສຸມໃສ່ຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ.


    ທ່ານວາງຢີ້ກ່າວວ່າ:ຈີນປະຕິບັດຄວາມຍຸຕິທຳໃນວຽກງານຕາເວັນອອກກາງຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນຝ່າຍຕ່າງໆຮັກສາສິດແລະ ຜົນປະໂຫຍດອັນຊອບທຳຂອງຕົນ, ໂດຍສະເພາະແມ່ນສະໜັບສະໜູນ

ປາແລັດສະຕິນຟື້ນຟູສິດທີ່ຊອບດ້ວຍກົດໝາຍຂອງຊາດ. ຈີນເດັດດ່ຽວຄັດຄ້ານ ແລະກ່າວປະນາມຢ່າງຮຸນແຮງຕໍ່ການກະທຳລອບສັງຫານ,ເຫັນວ່າການກະທຳແບບນີ້ໄດ້ລະເມີດຫຼັກການພື້ນຖານແຫ່ງການພົວພັນສາກົນຢ່າງໜັກໜ່ວງ  ລ່ວງລ້ຳອະທິປະໄຕ ແລະ ກຽດສັກສີຂອງອີຣານ. ຈີນສະໜັບສະໜູນອີຣານຮັກສາຄວາມໝັ້ນຄົງດ້ານອະທິປະໄຕ ແລະ ກຽດສັກສີຂອງຊາດຕາມກົດໝາຍ, ສະໜັບສະໜູນອີຣານທຳຄວາມພະຍາຍາມຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.