ທາງລົດໄຟທົ່ວປະເທດຈີນຮອງຮັບການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 2 ຕື້ 500 ລ້ານເທື່ອຄົນນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດປີນີ້

2024-08-12 16:42:45 cri

 

    ວັນທີ 12 ສິງຫານີ້, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດແຈ້ງໃຫ້ຮູ້ວ່າ: ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດປີນີ້, ທາງລົດໄຟທົ່ວປະເທດຈີນຮອງຮັບການຂົນສົ່ງຜູ້ໂດຍສານໄດ້ 2 ຕື້ 522 ລ້ານເທື່ອຄົນ, ເພີ່ມຂຶ້ນ 15,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເຊິ່ງໄດ້ສ້າງສະຖິຕິໃໝ່ເມື່ອທຽບໃສ່ໄລຍະດຽວກັນໃນປະຫວັດສາດ, ການຂົນສົ່ງຕາມທາງລົດໄຟທົ່ວປະເທດຈີນມີຄວາມປອດໄພ, ໝັ້ນທ່ຽງ ແລະ ເປັນລະບຽບຮຽບຮ້ອຍ.