ແທ່ນຂຸດເຈາະນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດທາງທະເລສາກົນໃຫຍ່ທີ່ສຸດທີ່ຈີນກໍ່ສ້າງໄດ້ສ້າງສຳເລັດ ແລະ ມອບ-ຮັບແລ້ວ

2024-08-12 11:30:08 CRI

    ວັນທີ 12 ສິງຫານີ້, ແທ່ນທ້ອນໂຮມແລະສົ່ງອອກນ້ຳມັນເຊື້ອໄຟ-ແກັສທຳມະຊາດມາຈານ ເຊິ່ງເປັນແທ່ນຂຸດເຈາະນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດທາງທະເລສາກົນໃຫຍ່ທີ່ສຸດທີ່ຈີນກໍ່ສ້າງໄດ້ສ້າງສຳເລັດ ແລະ ມອບ-ຮັບແລ້ວຢູ່ນະຄອນຊີ່ງຕາວ ແຂວງຊ່ານຕົ່ງຈີນ, ການສ້າງສຳເລັດແທ່ນຂຸດເຈາະດັ່ງກ່າວເປັນຂີດໝາຍສະແດງໃຫ້ເຫັນວ່າ, ເຕັກນິກກໍ່ສ້າງເຄື່ອງຂຸດເຈາະນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດທາງທະເລຂະໜາດໃຫຍ່ຂອງຈີນໄດ້ຮັບການບຸກທະລຸ.



    ແທ່ນມາຈານຈະຖືກຕິດຕັ້ງຢູ່ເຂດທະເລອາຣັບບີ ຊາອຸດິດ ເພື່ອເພີ່ມທະວີຂີດຄວາມສາມາດດ້ານການຜະລິດຂອງບໍ່ນ້ຳມັນມາຈານ. ເມື່ອບໍ່ນ້ຳມັນມາຈານເລີ່ມດຳເນີນການຜະລິດແລ້ວ, ປະລິມານການຜະລິດນ້ຳມັນດິບຈະບັນລຸເຖິງ 24 ລ້ານໂຕນຕໍ່ປີ