ເຮັດໃຫ້ຊາວກະສິກອນທັງຫຼາຍຮ່ວມກັນຊົມໃຊ້ຜົນງານດ້ານການປະຕິຮູບ ແລະ ການພັດທະນາຊົນນະບົດ

2024-08-13 15:06:30 cri



ຄວາມທັນສະໄໝແບບຈີນເປັນຄວາມທັນສະໄໝທີ່ປະຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນ. ຢູ່ບົນຂະບວນການໃໝ່ແຫ່ງຄວາມທັນສະໄໝແບບຈີນ, ໜ້າທີ່ອັນໜັກໜ່ວງທີ່ສຸດຍັງຄົງຢູ່ນຳຊົນນະບົດ. ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ ເຊິ່ງໄດ້ຜ່ານ ແລະຮັບຮອງເອົາຢູ່ໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ນັ້ນໄດ້ລະບຸວ່າ: “ປັບປຸງລະບຽບການສະໜັບສະໜູນ ທີ່ສ້າງຄວາມເຂັ້ມແຂງໃຫ້ກະສິກຳ ສ້າງຜົນປະໂຫຍດໃຫ້ຊົນນະບົດ ແລະ ສ້າງຄວາມຮັ່ງມີໃຫ້ຊາວກະສິກອນນັ້ນໃຫ້ສົມບູນ.ຍຶດໝັ້ນການພັດທະນາກະສິກຳ ແລະ ຊົນນະບົດເປັນບຸລິມະສິດ, ປັບປຸງກົນໄກການລົງທຶນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງນັ້ນໃຫ້ສົມບູນ.”

 

ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນມີຄວາມຜູກພັນອັນພິເສດກັບຊາວກະສິກອນ, ເພິ່ນເວົ້າວ່າ: “ເມື່ອໄປຮອດທ້ອງຖິ່ນໃດໜຶ່ງ ຂ້າພະເຈົ້າຕ້ອງໄປເບິ່ງເຂດຊົນນະບົດ, ຊົນນະບົດເປັນບ່ອນສ່ອງແສງໃຫ້ເຫັນເຖິງສະພາບພື້ນຖານທີ່ສຸດໃນດ້ານຊີວິດການເປັນຢູ່ຂອງປະຊາຊົນພວກເຮົາ.” “ຄົນຮຸ່ນພວກເຮົາແມ່ນມີນ້ຳໃຈຢ່າງໜຶ່ງຄື ຢາກຊ່ວຍປະຊາຊົນໂດຍສະເພາະແມ່ນຊາວກະສິກອນ.” “ໃນຂະບວນການຫັນເປັນທັນສະໄໝ, ຖ້າປະປະຊາຊົນຈຳນວນ 400 ລ້ານກວ່າຄົນຢູ່ເຂດຊົນນະບົດໄວ້ຢູ່ຂ້າງຫຼັງ, ໃນທີ່ສຸດຈະກາຍເປັນສະພາບທີ່ ດ້ານໜຶ່ງເປັນຕົວເມືອງທີ່ຈະເລີນ, ອີກດ້ານໜຶ່ງພັດເປັນຊົນນະບົດທີ່ຊຸດໂຊມ. ສິ່ງນີ້ບໍ່ສອດຄ່ອງກັບຈຸດປະສົງໃນການກຳອຳນາດຂອງພັກພວກເຮົາ ທັງບໍ່ສອດຄ່ອງກັບຄວາມຮຽກຮ້ອງດ້ານທາດແທ້ຂອງສັງຄົມນິຍົມ.”

 



ວັນທີ14 ທັນວາ2023, ທ່ານສີຈິ້ນຜິງໄດ້ຢ້ຽມຢາມຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ

ວັນທີ14 ທັນວາ2023, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ເພິ່ນໄດ້ໂອ້ລົມກັບຊາວກະສິກອນປູກອ້ອຍ, ຜູ້ຂັບກົນຈັກກະສິກຳ ແລະພະນັກງານວິຊາການເຕັກນິກກະສິກຳ, ພ້ອມທັງອວຍພອນໃຫ້ຊີວິດການເປັນຢູ່ຂອງພີ່ນ້ອງຊາວບ້ານທັງຫຼາຍຈົ່ງມີຄວາມສຸກຫວານຊື່ນປານກັບນ້ຳອ້ອຍ.ໃນໂອກາດນັ້ນ, ທ່ານສີຈິ້ນຜິງໄດ້ຊີ້ນຳວ່າ: “ຕ້ອງຄົ້ນຄວ້າສ້າງຕັ້ງກົນໄກຜູກພັນຜົນປະໂຫຍດທີ່ໝັ້ນທ່ຽງກວ່າເກົ່າ ເພື່ອເຮັດໃຫ້ຊາວກະສິກອນທັງຫຼາຍຮ່ວມກັນຊົມໃຊ້ຜົນງານດ້ານການປະຕິຮູບແລະການພັດທະນາຊົນນະບົດ.”

 



ຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນ

ນັບຕັ້ງແຕ່ເປັນເລຂາໜ່ວຍພັກບ້ານຢູ່ເຂດພາກເໜືອແຂວງສ້ານຊີ່ທີ່ພູພຽງດິນເຫຼືອງຈົນມາເຖິງປັດຈຸບັນທີ່ເປັນຜູ້ນຳສູງສຸດຂອງປະເທດ, ທ່ານສີຈິ້ນຜິງໄດ້ມີການຄົ້ນຄິດອັນເລິກເຊິ່ງເປັນເອກະລັກສະເພາະຕົວກ່ຽວກັບວຽກງານດ້ານກະສິກຳ, ຊົນນະບົດແລະຊາວກະສິກອນ.ເພິ່ນກ່າວວ່າ: “ເຮັດໃຫ້ຊາວກະສິກອນທັງຫຼາຍຮ່ວມກັນຊົມໃຊ້ຜົນງານດ້ານການປະຕິຮູບແລະການພັດທະນາຊົນນະບົດ” ຄຳນີ້ໄດ້ຊີ້ໃຫ້ເຫັນເຖິງເປົ້າໝາຍພື້ນຖານຂອງວຽກງານກ່ຽວກັບ ກະສິກຳ, ຊົນນະບົດ ແລະຊາວກະສິກອນ, ໄດ້ສ່ອງແສງໃຫ້ເຫັນເຖິງເປົ້າໝາຍຄ່ານິຍົມທີ່ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່.

 

   ຢູ່ຈີນ, ຈຳນວນຄອບຄົວຊາວກະສິກອນນ້ອຍໄດ້ກວມເອົາ 98% ຂອງຍອດຈຳນວນຄອບຄົວດຳເນີນທຸລະກິດກະສິກຳໃນທົ່ວປະເທດ, ສະນັ້ນ ຄວນເຮັດແນວໃດເພື່ອນຳພາຄອບຄົວຊາວກະສິກອນນ້ອຍກ້າວໄປເດີນຕາມເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນຢູ່ບົນຂະບວນການຊຸກຍູ້ຄວາມທັນສະໄໝດ້ານກະສິກຳ ແລະ ຊົນນະບົດຢ່າງຮອບດ້ານ?

 

ເພື່ອຊອກຫາຊ່ອງທາງສ້າງຄວາມຮັ່ງມີໃຫ້ຊາວກະສິກອນ, ສະແຫວງຫາວິທີທາງໃຫ້ແກ່ການພັດທະນາອຸດສາຫະກຳທີ່ມີເອກະລັກພິເສດ, ໃນເວລາລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ເຂດຊົນນະບົດ, ບໍ່ວ່າຢູ່ໂຮງເຮືອນປູກພືດ, ຢູ່ຕາມຄັນນາ, ສວນໝາກໄມ້ ຫຼືຢູ່ໜ້າເຮືອນຊາວບ້ານ, ທ່ານສີຈິ້ນຜິງໄດ້ກວດອ່ານປຶ້ມບັນຊີ, ໂອ້ລົມເລື່ອງລາວຊີວິດປະຈຳວັນກັບຊາວກະສິກອນ, ຕັ້ງໃຈຮັບຟັງແລະສອບຖາມຢ່າງລະອຽດເພື່ອເກັບກຳຂໍ້ມູນ. ເພິ່ນມີຄວາມຫ່ວງໃຍເຖິງຊີວິດການເປັນຢູ່ຂອງປະຊາຊົນມາໂດຍຕະຫຼອດ, ໂດຍບໍ່ພຽງແຕ່ມີສາຍຕາເບິ່ງກວ້າງມອງໄກແບບມຸ່ງໝັ້ນໃສ່ເປົ້າໝາຍເທົ່ານັ້ນ ຍັງໄດ້ຊີ້ທິດເຍືອງທາງທີ່ຕິດແທດຕົວຈິງຢ່າງໜັກແໜ້ນ.

 

ຕົວຢ່າງ: ຢູ່ເມືອງກວ່າງຊ່ານ ນະຄອນຊິ່ນຢາງແຂວງເຫີໜານ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ຕ້ອງເຕົ້າໂຮມຊາວກະສິກອນ, ຫັນໜ້າສູ່ຕະຫຼາດ, ເຜີຍແຜ່ຮູບແບບ ‘ບໍລິສັດ+ຄອບຄົວຊາວກະສິກອນ’, ສ້າງຕັ້ງກົນໄກຮ່ວມສຳພັນຜົນປະໂຫຍດ, ເພື່ອເຮັດໃຫ້ຝ່າຍຕ່າງໆໄດ້ຮັບຜົນປະໂຫຍດນຳກັນ.”

 



ວັນທີ11ພຶດສະພາ2020 ທ່ານສີຈິ້ນຜິງໂອ້ລົມກັບຊາວກະສິກອນຢູ່ຖານປູກດອກເດລີລີເມືອງຢູນໂຈ່ວນະຄອນຕ້າທົງແຂວງຊ່ານຊີ່

   ຢູ່ນະຄອນຕ້າທົງແຂວງຊ່ານຊີ່, ທ່ານສີຈິ້ນຜິງໄດ້ມີຄຳຊີ້ນຳຕໍ່ພະນັກງານທ້ອງຖິ່ນວ່າ: “ຕ້ອງປົກປັກຮັກສາແລະພັດທະນາອຸດສາຫະກຳດອກເດລີລີໃຫ້ດີ, ເຮັດໃຫ້ມັນກາຍເປັນຊ່ອງທາງທີ່ດີສຳລັບພີ່ນ້ອງຊາວບ້ານໃນການສ້າງຄວາມຮັ່ງມີ, ເຮັດໃຫ້ກາຍເປັນ ‘ດອກສ້າງຄວາມຮັ່ງມີ’ ສຳລັບປະຊາຊົນ.”

 



ຊາວກະສິກອນເກັບກ່ຽວດອກເດລີລີ


ໃນເວລາລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຈາວຈ່ວງແຂວງຊ່ານຕົ່ງ, ເມື່ອໄດ້ຮູ້ວ່າ ທ້ອງຖິ່ນແຫ່ງນີ້ໄດ້ອອກແຮງພັດທະນາອຸດສາຫະກຳປຸງແຕ່ງໝາກພິລາລະອຽດ ແລະ ການປູກໝາກພິລາໃສ່ໂຖ ໂດຍໄດ້ຊຸກຍູ້ໃຫ້ຊາວກະສິກອນສ້າງລາຍໄດ້ເພີ່ມຂຶ້ນຢ່າງແຂງແຮງ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳວ່າ: “ຕ້ອງສ້າງຍີ່ຫໍ້ຊື່ດັງ, ຍົກສູງຄຸນນະພາບ, ຕໍ່ຍອດຕ່ອງໂສ້ອຸດສາຫະກຳ, ເພີ່ມທະວີກຳລັງແຂ່ງຂັນຂອງອຸດສາຫະກຳໃນຕະຫຼາດ ແລະ ເສີມສ້າງປະສິດທິຜົນສັງລວມ ເພື່ອນຳພາພີ່ນ້ອງຊາວບ້ານຫຼາຍກວ່າເກົ່າສ້າງຄວາມຮັ່ງມີຮ່ວມກັນ. ”

 



ວັນທີ24ກັນຍາ2023 ທ່ານສີຈິ້ນຜິງຢ້ຽມຢາມສວນປູກຫມາກພິລາຢູ່ເມືອງເຈີເສິງນະຄອນຈາວຈ່ວງແຂວງຊ່ານຕົ່ງ

ຕໍ່ກັບການພັດທະນາອຸດສາຫະກຳຊົນນະບົດ, ທ່ານສີຈິ້ນຜິງຍັງມີຄຳຊີ້ນຳຫຼາຍຢ່າງເຊັ່ນ: “ຕ້ອງໃຫ້ຊາວກະສິກອນມີວຽກເຮັດງານທຳ, ມີລາຍຮັບ.” “ບໍ່ໃຫ້ລືມຊາວກະສິກອນ, ຕ້ອງບູລະນະກົນໄກຜູກພັນຜົນປະໂຫຍດ.” “ຕ້ອງເນັ້ນໜັກຖານະທີ່ເປັນຫຼັກແຫຼ່ງຂອງຊາວກະສິກອນໃຫ້ພົ້ນເດັ່ນຂຶ້ນ, ຖືເອົາການຮັບປະກັນຜົນປະໂຫຍດຂອງຊາວກະສິກອນໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ” ແລະອື່ນໆ.



ຊາວກະສິກອນເກັບກ່ຽວຫມາກພິລາ

ສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນ, ຍົກສູງລາຍໄດ້ຂອງຊາວກະສິກອນ, ສະໜັບສະໜູນຊາວກະສິກອນ, ຄຳຊີ້ນຳສຳຄັນທຸກຄັ້ງແມ່ນໄດ້ສ້າງຄວາມອຸ່ນໃຈໃຫ້ຊາວກະສິກອນທັງຫຼາຍ, ມາດຕະການຕ່າງໆທີ່ຕິດແທດຕົວຈິງໄດ້ເລັ່ງຈັດຕັ້ງປະຕິບັດໃຫ້ທ່ວງທັນກັບສະພາບການ, ນະໂຍບາຍກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ກະສິກຳ ສ້າງຜົນປະໂຫຍດໃຫ້ຊົນນະບົດ ແລະ ສ້າງຄວາມຮັ່ງມີໃຫ້ຊາວກະສິກອນໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກເປົ້າໝາຍ.

 

ນັບແຕ່ປີ 2012 ເປັນຕົ້ນມາ, ຈີນໄດ້ສ້າງກຸ່ມອຸດສາຫະກຳຊົນນະບົດທີ່ມີທ່າແຮງ ແລະ ເອກະລັກພິເສດ 180 ກຸ່ມໃຫ້ສຳເລັດ, ມູນຄ່າການຜະລິດຂອງຕ່ອງໂສ້ອຸດສາຫະກຳຄົບວົງຈອນບັນລຸຫຼາຍກວ່າ 5.600 ຕື້ຢວນ, ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ຊາວກະສິກອນ 20.000.000 ກວ່າຄອບຄົວ ແລະອື່ນໆ. ດ້ວຍການຮ່ວມສຳພັນກັບຊາວກະສິກອນ, ນຳພາຊາວກະສິກອນ, ພັດທະນາກະສິກຳ ແລະ ສ້າງຄວາມຮັ່ງມີໃຫ້ຊາວກະສິກອນ,  ຜະລິດຕະພັນທີ່ມີເອກະລັກພິເສດຂອງທ້ອງຖິ່ນຕ່າງໆໄດ້ບຸກເຂົ້າສູ່ຕະຫຼາດໃຫຍ່, ຕໍ່ຍອດຕ່ອງໂສ້ອຸດສາຫະກຳ, ເຮັດໃຫ້ “ກະເປົາເງິນ” ຂອງພີ່ນ້ອງຊາວບ້ານທັງຫຼາຍຕື່ງຂຶ້ນຢ່າງແທ້ຈິງ.

 

ຖ້າຢາກຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮອບດ້ານຢ່າງໜັກແໜ້ນ, ການປະຕິຮູບຍັງຄົງເປັນເຄັດລັບສຳຄັນອັນໜຶ່ງ.

 

ຕອນເຮັດວຽກຢູ່ແຂວງຟູຈ້ຽນ, ແນໃສ່ສະພາບການທີ່ຜູ້ຮັກສາປ່າໄມ້ທັງຫຼາຍເຝົ້າຊັບພະຍາກອນປ່າໄມ້ຢ່າງຫຼວງຫຼາຍປຽບເໝືອນ “ພູເງິນພູຄຳ” ແຕ່ຊ້ຳພັດໃຊ້ຊີວິດທີ່ທຸກຍາກ, ທ່ານສີຈິ້ນຜິງໄດ້ຊຸກຍູ້ໃຫ້ປະຕິບັດການປະຕິຮູບລະບຽບການກຳມະສິດປ່າໄມ້ລວມໝູ່. ເມື່ອກຳນົດກຳມະສິດປ່າໄມ້ໃຫ້ຈະແຈ້ງແລ້ວ, ປະຊາຊົນມີຄວາມໝັ້ນໃຈໃນການພັດທະນາປ່າໄມ້, ເຊິ່ງຜູ້ຮັກສາປ່າໄມ້ທັງຫຼາຍໄດ້ຮັບຜົນປະໂຫຍດຕົວຈິງແລະຜົນກຳໄລຈາກການປະຕິຮູບແລະການພັດທະນາ.

 

ເດືອນມີນາປີ2024, ຢູ່ນະຄອນສາງຊ່າ ເທດສະບານແຂວງຫູໜານ ທາງພາກກາງຂອງຈີນ, ທ່ານສີຈິ້ນຜິງໄດ້ເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການພັດທະນາເຂດພາກກາງໃຫ້ຈະເລີນໃນຍຸກໃໝ່, ເພິ່ນໄດ້ເນັ້ນໜັກວ່າ: “ລົງເລິກການປະຕິຮູບຊົນນະບົດຕື່ມອີກ, ບູລະນະລະບຽບການສະໜັບສະໜູນການສ້າງກະສິກຳໃຫ້ເຂັ້ມແຂງ, ສ້າງຜົນປະໂຫຍດໃຫ້ຊາວກະສິກອນແລະສ້າງຄວາມຮັ່ງມີໃຫ້ກັບປະຊາຊົນ, ກະຕຸ້ນຄວາມມີຊີວິດຊີວາດ້ານການພັດທະນາກະສິກຳແລະຊົນນະບົດຢ່າງເຕັມສ່ວນ.”

 

ມຸ່ງໝັ້ນແກ້ໄຂບັນຫາຫຍຸ້ງຍາກທີ່ກ່ຽວຂ້ອງກັບສິ່ງສຳຄັນຂອງຊາດ, ລົງເລິກການປະຕິຮູບຊົນນະບົດຢ່າງຮອບດ້ານຕື່ມອີກ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການດ້ານການພັດທະນາແລະຄວາມປາດຖະໜາຂອງປະຊາຊົນ.

 

ຕໍ່ກັບການປະຕິຮູບລະບຽບການກຳມະສິດປ່າໄມ້ລວມໝູ່, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ “ຂໍກຸນແຈສຳຄັນແມ່ນຕ້ອງຊຸກຍູ້ໃຫ້ປະຕິບັດໄປຂ້າງໜ້າຢ່າງໜັກແໜ້ນ, ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.” ຕໍ່ກັບການປະຕິຮູບລະບຽບການທີ່ດິນຊົນນະບົດ, ເພິ່ນກ່າວວ່າ: “ຕ້ອງກຳແໜ້ນຂອບເຂດອັນເໝາະສົມໃນການໂອນສິດນຳໃຊ້,ໂຮມສູນສິດດຳເນີນທຸລະກິດທີ່ດິນ ແລະ ຂະໜາດການດຳເນີນທຸລະກິດ, ຫ້າມບໍ່ໃຫ້ນຳໃຊ້ພາຫະນະດ້ານການບໍລິຫານເພື່ອບັງຄັບໃຫ້ຊາວກະສິກອນໂອນສິດນຳໃຊ້ທີ່ດິນ.” ຕໍ່ກັບການພັດທະນາເສດຖະກິດລວມໝູ່, ທ່ານສີຈິ້ນຜິງເນັ້ນໜັກວ່າ: “ຕ້ອງເຄົາລົບຄວາມມຸ່ງມາດປາດປາຖະໜາຂອງປະຊາຊົນ, ເຄົາລົບປະຕິບັດຕາມກົດເກນຕະຫຼາດ.” ຕໍ່ກັບການເລັ່ງບູລະນະລະບົບບໍລິການພາກສັງຄົມສຳລັບກະສິກຳໃຫ້ສົມບູນ, ເພິ່ນໄດ້ເນັ້ນໜັກວ່າ: “ໃຫ້ບໍລິການ ແລະນຳພາການພັດທະນາຂອງຄອບຄົວຊາວກະສິກອນນ້ອຍໃຫ້ດີ” ແລະອື່ນໆ.

 

   ເມື່ອເບິ່ງໃນທົ່ວປະເທດຈີນແລ້ວເຫັນວ່າ: ບໍລິມາດສະສົມປ່າໄມ້ລວມໝູ່ໄດ້ເພີ່ມຂຶ້ນເກືອບ3,9ຕື້ແມັດກ້ອນເມື່ອທຽບໃສ່ໄລຍະກ່ອນປະຕິບັດການປະຕິຮູບລະບຽບການກຳມະສິດປ່າໄມ້ລວມໝູ່, ໄດ້ບົ່ມເພາະຫົວໜ່ວຍທຸລະກິດປ່າໄມ້ແບບໃໝ່ປະເພດຕ່າງໆເຊັ່ນ: ນິຄົມປ່າໄມ້ຄອບຄົວ, ຫົວໜ່ວຍທຸລະກິດວິຊາການໃຫຍ່, ສະຫະກອນປ່າໄມ້ ເປັນຕົ້ນເກືອບ300.000 ແຫ່ງ, ຟາມກະສິກຳຄອບຄົວເກືອບ4.000.000 ແຫ່ງ, ສະຫະກອນວິຊາການຊາວກະສິກອນຫຼາຍກວ່າ2.200.000 ແຫ່ງ, ໄດ້ນຳພາຊາວກະສິກອນດຳເນີນທຸລະກິດ, ເຊື່ອມໂຍງເຂົ້າກັບຕະຫຼາດ, ນຳພາການພັດທະນາເສດຖະກິດ-ສັງຄົມ, ການປະຕິຮູບດ້ານຕ່າງໆຢູ່ຊົນນະບົດໄດ້ຮັບການຊຸກຍູ້ ແລະ ປະຕິບັດຢ່າງໜັກແໜ້ນ, ດິນແດນເຂດຊົນນະບົດເກີດມີຊີວິດຊີວາຢ່າງເປັນຂະບວນຟົດຟື້ນ.

 

ທ່ານສີຈິ້ນຜິງໄດ້ມີຄຳຊີ້ນຳຢ່າງແຮງກ້າແລະເລັ່ງດ່ວນວ່າ: “ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳແບບວຽກຕໍ່ວຽກ ແລະ ປະຕິບັດໄປປີຕໍ່ປີ,  ພະຍາຍາມສູ້ຊົນເຮັດໃຫ້ປະຊາຊົນໄດ້ເຫັນເຖິງການປ່ຽນແປງ ແລະໄດ້ຮັບຜົນປະໂຫຍດຕົວຈິງ.” ຄຳຊີ້ນຳນີ້ໄດ້ຊີ້ທິດເຍືອງທາງອັນຈະແຈ້ງແລະສ້າງຄວາມໝັ້ນໃຈອັນເດັດດ່ຽວ.ຊາວກະສິກອນນັບເປັນຮ້ອຍລ້ານຄົນຢູ່ ເຂດຊົນນະບົດອັນກວ້າງໃຫຍ່ໄພສານຂອງຈີນຈະມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະຮູ້ສຶກມີຄວາມປອດໄພກວ່າເກົ່າ, ມີການຮັບປະກັນກວ່າເກົ່າ ແລະຍືນຍົງກວ່າເກົ່າ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ