ຈຳນວນການສົ່ງດ່ວນຂອງຈີນໃນປີນີ້ ບັນລຸ 100 ຕື້ອັນ

2024-08-13 15:09:29 cri


   ອົງການໄປສະນີແຫ່ງຊາດຈີນເປີດເຜີຍໃຫ້ຮູ້ໃນວັນທີ 13 ສິງຫານີ້ວ່າ: ນັບມາຮອດວັນທີ 13 ສິງຫານີ້, ທຸຈຳນວນການສົ່ງດ່ວນຂອງຈີນໃນປີນີ້ໄດ້ບັນລຸ 100 ຕື້ອັນ, ສະເລ່ຍແລ້ວ ມີຫຼາຍກວ່າ 13 ຕື້ອັນຕໍ່ເດືອນ ເຊິ່ງໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.

   ອົງການຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ຈຳນວນການສົ່ງດ່ວນໃນເຂດຊົນນະບົດຈີນມີການເພີ່ມຂຶ້ນຂ້ອນຂ້າງໄວ. ນັບມາຮອດປັດຈຸບັນ, ຈີນໄດ້ສ້າງສູນບໍລິການຝາກ-ສົ່ງດ່ວນຂັ້ນເມືອງ 1.200 ກວ່າແຫ່ງ ແລະ ສະຖານີບໍລິການຝາກ-ສົ່ງດ່ວນຂັ້ນບ້ານຫຼາຍກວ່າ 3 ແສນແຫ່ງ ເຊິ່ງໄດ້ກາຍເປັນລະບົບຈໍລະຈອນຝາກ-ສົ່ງດ່ວນຢູ່ຊົນນະບົດທີ່ຂ້ອນຂ້າງຄົບຖ້ວນແລະສົມບູນ.