ຈີນ:ຍ້ອງຍໍທ່ານຊິມິຈຸ ຮິເດະໂອທີ່ກ້າເປີດເຜີຍ ແລະ ຜະເຊີນໜ້າກັບຄວາມຈິງໃນປະຫວັດສາດ

2024-08-14 11:28:49 CRI

    ຫວ່າງມໍ່ໆມານີ້, ທ່ານຊິມິຈຸ ຮິເດະໂອ ນັກຮົບເກົ່າກອງທະຫານ 731 ຂອງຍີ່ປຸ່ນທີ່ຮຸກຮານຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮອດຫໍວາງສະແດງຫຼັກຖານກໍ່ອາດຊະຍາກຳ ແລະ ສະຖານທີ່ເກົ່າຂອງກອງທະຫານ731ຢູ່ນະຄອນຮາບິນ ເພື່ອຊີ້ໃຫ້ເຫັນໂທດຂອງກອງທະຫານ 731.

 

    ຕໍ່ກັບເລື່ອງນີ້, ວັນທີ 13 ສິງຫານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໃນໄລຍະສົງຄາມໂລກຄັ້ງທີ 2, ທະຫານຍີ່ປຸ່ນທີ່ຮຸກຮານຈີນໄດ້ລະເມີດກົດໝາຍສາກົນຢ່າງບັງອາດ, ກໍ່ສົງຄາມຊີວະພາບແບບທີ່ໜ້າຢ້ານກົວທີ່ສຸດຕໍ່ປະຊາຊົນຈີນ, ດຳເນີນການທົດລອງແບບໄຮ້ມະນຸດສະທຳທີ່ສຸດຕໍ່ຄົນທີ່ຍັງມີຊີວິດຢູ່, ໄດ້ກໍ່ອາດຊະຍາກຳຕໍ່ມວນມະນຸດຂະໜາດໃຫຍ່ທີ່ສຸດ. ຫຼັກຖານທີ່ລັດທິຂຸນເສິກຍີ່ປຸ່ນກໍ່ສົງຄາມຊີວະພາບນັ້ນແມ່ນມີຫຼາຍສົມຄວນ, ການດື້ດ້ານປະຕິເສດບໍ່ຍອມຮັບແມ່ນບໍ່ໄດ້.



     ຈີນຍ້ອງຍໍທ່ານຊິມິຈຸ ຮິເດະໂອທີ່ກ້າເປີດເຜີຍ ແລະ ຜະເຊີນໜ້າກັບຄວາມຈິງໃນປະຫວັດສາດ. ຍີ່ປຸ່ນຄວນຕັ້ງໃຈຮັບຟັງສຽງຮຽກຮ້ອງຄວາມເປັນທຳຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ຮັບຮູ້ຢ່າງຖືກຕ້ອງ ແລະສຳຫຼວດຕົນເອງຢ່າງເຖິງຖອງຕໍ່ປະຫວັດສາດທີ່ລັດທິຂຸນເສິກຍີ່ປຸ່ນຮຸກຮານຈີນ, ຖືປະຫວັດສາດເປັນແວ່ນແຍງ, ເພື່ອບໍ່ກໍ່ຄວາມຜິດຂຶ້ນມາອີກ.