ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ປະທານປະເທດຫວຽດນາມຈະເດີນທາງມາຢ້ຽມຢາມຈີນ

2024-08-15 17:26:45 cri


    ວັນທີ 15 ສິງຫານີ້, ທ່ານນາງ ຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ: ທ່ານໂຕເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ປະທານປະເທດຫວຽດນາມຈະເດີນທາງມາຢ້ຽມຢາມຈີນທາງລັດຖະກິດລະຫວ່າງວັນທີ 18-20 ສິງຫານີ້ ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ.

    ຈີນແມ່ນປະເທດທຳອິດທີ່ທ່ານໂຕເລີ່ມຈະເດີນທາງມາຢ້ຽມຢາມ ພາຍຫຼັງຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຂອງຫວຽດນາມ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ທ່ານໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການພັດທະນາສາຍພົວພັນລະຫວ່າງສອງພັກ ສອງລັດ. ຝ່າຍຈີນຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້ຈະລົງເລິກການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ, ເກາະແຂນກັນເດີນຕາມເສັ້ນທາງແຫ່ງສັງຄົມນິຍົມທີ່ທັນສະໄໝແບບມີສີສັນພິເສດຂອງຕົນ, ຮ່ວມກັນຊຸກຍູ້ການພັດທະນາຂອງພາລະກິດສັງຄົມນິຍົມໃນທົ່ວໂລກ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ກໍຄືຂອງໂລກ.