ຈີນສ້າງສຳເລັດຕ່ອງໂສ້ອຸດສາຫະກຳພະລັງງານໃໝ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດຢູ່ໃນໂລກ

2024-08-15 17:23:31 cri

 

    ວັນທີ 15 ສິງຫານີ້ແມ່ນວັນລະບົບນິເວດທົ່ວປະເທດຈີນ, ຫົວຂໍ້ໃນປີນີ້ແມ່ນເລັ່ງລັດໃຫ້ການພັດທະນາເສດຖະກິດ-ສັງຄົມຫັນເປັນສີຂຽວຢ່າງຮອບດ້ານ.

    ທ່ານຈ້າວເສີນຊິ່ນ ຮອງຫົວໜ້າຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນແນະນຳໃຫ້ຮູ້ວ່າ: ຄວາມສາມາດດ້ານການຜະລິດໄຟຟ້າດ້ວຍພະລັງງານໝູນວຽນຂອງຈີນມີຂະໜາດໃຫຍ່ທີ່ສຸດ ແລະ ພັດທະນາໄປຢ່າງວ່ອງໄວທີ່ສຸດຢູ່ໃນໂລກ, ປະລິມານການຜະລິດອຸປະກອນຮັບພະລັງງານແສງຕາເວັນເປັນອັນດັບໜຶ່ງຂອງໂລກ 16 ປີລຽນຕິດ, ເຊິ່ງໄດ້ສະໜອງແຜງໂຊລາເຊວ 70% ແລະ ອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມ 60% ໃຫ້ແກ່ໂລກ. ນອກຈາກນີ້, ຈີນຍັງໄດ້ສ້າງສຳເລັດຕ່ອງໂສ້ອຸດສາຫະກຳພະລັງງານໃໝ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດຢູ່ໃນໂລກ.