ໄຂງານຫຼິ້ນນໍ້າຢູ່ບໍ່ນໍ້າອຸ່ນ 7 ເທວະດາແຂວງໄຫຫຼຳາປີ 2024

2024-08-15 17:13:15 CRI

 

    ວັນທີ 10 ສິງຫານີ້, ງານຫຼິ້ນນໍ້າຢູ່ບໍ່ນໍ້າອຸ່ນ 7 ເທວະດາແຂວງໄຫຫຼຳາຈີນປີ 2024 ໄດ້ໄຂຂຶ້ນໃນບັນຍາກາດມ່ວນຊື່ນຢູ່ເມືອງປົກຄອງຕົນເອງເຜົ່າລີເຜົ່າມົ້ງປາວທີງ ແຂວງໄຫຫຼຳາ. ປະຊາຊົນທ້ອງຖິ່ນຮ່ວມກັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ຊົມເບິ່ງລາຍການສິລະປະເຜົ່າລີເຜົ່າມົ້ງທີ່ເປັນເອກະລັກ, ສຳຜັດກັບຂະບວນແຫ່ຢ່າງມ່ວນຊື່ນ ແລະຊີມອາຫານທ້ອງຖິ່ນທີ່ເປັນຕາແຊບ.


    ງານຫຼິ້ນນໍ້າຢູ່ບໍ່ນໍ້າອຸ່ນ 7 ເທວະດາແຂວງໄຫຫຼຳາຈີນແມ່ນບຸນປະເພນີທີ່ໃຫຍ່ໂຕມະໂຫລານປະຈຳປີຂອງເມືອງປາວທີງ, ແມ່ນກຳເນີດມາຈາກປະເພນີບູຊານໍ້າຂອງປະຊາຊົນເຜົ່າລີເຜົ່າມົ້ງ.