ທ່ານສີຈິ້ນຜິງຕອບຄືນຈົດໝາຍເພື່ອເຊີດຊູກຳລັງໃຈໃຫ້ອາສາສະໝັກອະນຸລັກສິ່ງແວດລ້ອມຢູ່ເຂດອ່າງເກັບນ້ຳ ຕ່ານຈ່ຽງຂົວ ນະຄອນຊືຢ້ຽນ ແຂວງຮູເປີຍ

2024-08-15 15:02:21 cri


   ເນື່ອງໃນໂອກາດວັນລະບົບນິເວດທົ່ວປະເທດຈີນ (ວັນທີ 15 ສິງຫາປີ2024ນີ້) ຄັ້ງທີ 2 ໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຄືນຈົດໝາຍໃຫ້ອາສາສະໝັກທີ່ອະນຸລັກສິ່ງແວດລ້ອມຢູ່ເຂດອ່າງເກັບນ້ຳ ຕ່ານຈ່ຽງຂົວ ນະຄອນຊືຢ້ຽນ ແຂວງຮູເປີຍຈີນ.

   ເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງລະບຸວ່າ: ເມື່ອໄດ້ຮູ້ວ່າໃນໄລຍະ10ປີຜ່ານມາ ມີປະຊາຊົນທີ່ດຳລົງຊີວິດຢູ່ເຂດອ່າງເກັບນ້ຳນັບມື້ນັບຫຼາຍໄດ້ເຂົ້າຮ່ວມຖັນແຖວອາສາສະໝັກ ເພື່ອອະນຸລັກນ້ຳໃສໃນອ່າງດ້ວຍຄວາມຕັ້ງໃຈ, ເມື່ອເຫັນວ່າ ນ້ຳມີຄວາມສົດໃສກວ່າເກົ່າ ພູຂຽວກວ່າເກົ່າ ແລະສິ່ງແວດລ້ອມງາມຂຶ້ນກວ່າເກົ່າ, ຂ້າພະເຈົ້າກໍຮູ້ສຶກດີໃຈຫຼາຍ.

   ເນື້ອໃນຈົດໝາຍຂອງເພິ່ນຍັງເນັ້ນໜັກອີກວ່າ: ໂຄງການສົ່ງນ້ຳຈາກພາກໃຕ້ໄປສູ່ພາກເໜືອ ແມ່ນກ່ຽວພັນເຖິງສະພາບລວມທາງຍຸດທະສາດ ການພັດທະນາທີ່ຍາວນານ ແລະ ຄວາມສຸກຂອງປະຊາຊົນ, ບໍລິເວນເຂດອ່າງເກັບນ້ຳຕ່ານຈ່ຽງຂົວ ແມ່ນແຫຼ່ງນ້ຳທີ່ສຳຄັນຢູ່ຕອນກາງຂອງໂຄງການດັ່ງກ່າວ, ການອະນຸລັກສິ່ງແວດລ້ອມທຳມະຊາດຂອງແຫຼ່ງນ້ຳໃຫ້ດີນັ້ນ, ແມ່ນຕ້ອງການໃຫ້ທຸກຄົນເຂົ້າຮ່ວມແບກຫາບໜ້າທີ່ຄວາມຮັບຜິດຊອບ ແລະ ພະຍາຍາມເປັນເວລາດົນນານ. ຫວັງວ່າທຸກທ່ານຈະສືບຕໍ່ສົ່ງເສີມຈິດໃຈບໍລິການອາສາສະໝັກ, ລະດົມປະຊາຊົນເຂົ້າຮ່ວມໃຫ້ຫຼາຍກວ່າເກົ່າເພື່ອອະນຸລັກຮັກສາແຫຼ່ງນ້ຳ ແລະ ປະຢັດນ້ຳຢ່າງຮູ້ສຶກຕື່ນຕົວ, ເກາະແຂນກັນສ້າງປະເທດຈີນທີ່ສວຍງາມທີ່ມີພູຜາປ່າໄມ້ຂຽວອຸ່ມທຸ່ມ ນ້ຳໃສສະອາດ ແລະ ອາກາດສົດໃສດີ, ປະກອບສ່ວນກຳລັງຂອງຕົນເຂົ້າໃນການຊຸກຍູ້ການສ້າງຄວາມທັນສະໄໝທີ່ມວນມະນຸດຢູ່ກັບທຳມະຊາດຢ່າງປອງດອງກັນ.