ເປັນຫຍັງວິສາຫະກິດຕ່າງປະເທດຈຶ່ງມີຄວາມໝັ້ນໃຈຕໍ່ຕະຫຼາດຂອງຈີນ?

2024-08-16 16:19:17 cri

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ວິສາຫະກິດຕ່າງປະເທດໄດ້ສືບຕໍ່ເພີ່ມການລົງທຶນຢູ່ຈີນ ເຊິ່ງເປັນການ “ປ່ອນບັດແຫ່ງຄວາມໝັ້ນໃຈ” ໃຫ້ແກ່ເສດຖະກິດຈີນດ້ວຍເງິນຄຳຕົວຈິງ. ໃນເດືອນສິງຫາປີນີ້, ບໍລິສັດ ARBURG ທີ່ເປັນວິສາຫະກິດເຄື່ອງຈັກຜະລິດປລາສະຕິກຂອງເຢຍລະມັນ ໄດ້ຕົກລົງເປີດການຜະລິດຢູ່ຈີນ; ບໍລິສັດ ABB ຂອງສະວິດ, ໂຄງການອຸດສາຫະກຳເຄມີນ້ຳມັນດິບອ່າວຕ້າຢ້າວ່ານຂອງບໍລິສັດ Exxon Mobil ຂອງອາເມຣິກາ ກໍໄດ້ພາກັນປະກາດເພີ່ມການລົງທຶນຢູ່ຈີນ. ເຖິງວ່າສະຖານະການໃນສາກົນມີການປ່ຽນແປງຢ່າງຫຼວງຫຼາຍ, ແຕ່ຈີນກໍຍັງເປັນບ່ອນລົງທຶນທີ່ທົ່ວໂລກໃຫ້ຄວາມສົນໃຈຢູ່ຄືເກົ່າ.

ຄວາມໝັ້ນໃຈຂອງວິສາຫະກິດຕ່າງປະເທດທີ່ມີຕໍ່ຈີນແມ່ນມາຈາກໃສ? ຄຳຕອບແມ່ນຢູ່ໃນຜົນງານເສດຖະກິດແຫ່ງຊາດຂອງຈີນທີ່ເປີດເຜີຍໃນເດືອນກໍລະກົດທີ່ຜ່ານມາ. ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ຂອງຈີນໃນເດືອນກໍລະກົດປີນີ້ໄດ້ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ດັດຊະນີການຜະລິດຂອງຂະແໜງການບໍລິການເພີ່ມຂຶ້ນ 0,1% ເມື່ອທຽບໃສ່ເດືອນມິຖຸນາປີນີ້, ປະລິມານການຈໍລະຈອນຂອງສິນຄ້າເພີ່ມຂຶ້ນ 6,5%, ປະລິມານການຂົນສົ່ງຜູ້ໂດຍສານໄດ້ເພີ່ມຂຶ້ນ 4,6%......ເສດຖະກິດຂອງຈີນສືບຕໍ່ມີທ່ວງທ່າການພັດທະນາທີ່ໝັ້ນທ່ຽງໂດຍລວມ.

ໃນໄລຍະມໍ່ໆມານີ້, ຈີນໄດ້ພິມເຜີຍແຜ່ເອກະສານຕ່າງໆກ່ຽວກັບການສະໜັບສະໜູນການປ່ຽນຖ່າຍອຸປະກອນຢ່າງເປັນຂະໜາດໃຫຍ່, ການເອົາເຄື່ອງເກົ່າໄປແລກເຄື່ອງໃໝ່ສຳລັບເຄື່ອງອຸປະໂພກ-ບໍລິໂພກ, ການຊຸກຍູ້ການອຸປະໂພກ-ບໍລິໂພກດ້ານການບໍລິການ ແລະອື່ນໆ, ວິສາຫະກິດຕ່າງປະເທດຈຳນວນບໍ່ໜ້ອຍໄດ້ພາກັນສ້າງຕັ້ງໜ່ວຍງານສະເພາະ ເພື່ອສະແຫວງຫາຜົນກຳໄລຈາກຕະຫຼາດຂອງຈີນ.

ນອກນີ້, ບັນຍາກາດການປະດິດສ້າງໃໝ່ທີ່ມີຊີວິດຊີວາ, ຊັບພະຍາກອນມະນຸດທີ່ອຸດົມສົມບູນ ແລະ ລະບົບຕ່ອງໂສ້ອຸດສາຫະກຳທີ່ຄົບຖ້ວນຂອງຈີນ ຕ່າງກໍໄດ້ເລັ່ງຄວາມໄວຂອງການປະດິດສ້າງໃໝ່ ແລະ ການຄົ້ນຄວ້າການຜະລິດຂອງວິສາຫະກິດ ເຊິ່ງໄດ້ນຳເອົາຜົນກຳໄລອັນມະຫາສານມາໃຫ້ແກ່ວິສາຫະກິດຕ່າງໆໂດຍກົງ.

ໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ວາງແຜນການອັນສຳຄັນກ່ຽວກັບການຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ເປີດກວ້າງການນຳໃຊ້ທຶນຕ່າງປະເທດ. ຄຽງຄູ່ກັບມາດຕະການການປະຕິຮູບຕ່າງໆທີ່ສຳຄັນໄດ້ຮັບການຈັດຕັ້ງປະຕິບັດ, ຈີນຈະກາຍເປັນ “ທາງເລືອກທີ່ຈຳເປັນ” ແລະ ຕະຫຼາດທີ່ຕ້ອງຍຶດໝັ້ນຂອງວິສາຫະກິດຕ່າງປະເທດທັງຫຼາຍຢ່າງແນ່ນອນ.