ຈີນເລັ່ງທວງໃຫ້ຍີ່ປຸ່ນຕ້ອງລະມັດລະວັງດ້ານການກະທຳ ແລະ ຄຳເວົ້າໃນບັນຫາປະຫວັດສາດ

2024-08-16 15:49:22 cri


    ວັນທີ 15 ສິງຫານີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ. ມີນັກຂ່າວຖາມວ່າ: ໃນວັນທີ 15 ສິງຫານີ້, ທ່ານຟູມີໂອ ກີຊີດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ຖວາຍເຄື່ອງບູຊາໃຫ້ແກ້ຫໍໄຫວ້ຢາຊູຄູນິໃນນາມປະທານພັກເສລີປະຊາທິປະໄຕຍີ່ປຸ່ນ ແລະ ມີນັກການເມືອງຍີ່ປຸ່ນຈຳນວນໜຶ່ງໄດ້ຄໍານັບຫໍໄຫວ້ຢາຊູຄູນີ. ຝ່າຍຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

    ທ່ານລິນຈ້ຽນກ່າວວ່າ: ໃນມື້ນີ້ເມື່ອ 79 ປີກ່ອນ, ຍີ່ປຸ່ນໄດ້ປະກາດວ່າຍອມຈຳນົນໂດຍບໍ່ມີເງື່ອນໄຂ, ປະຊາຊົນຈີນຮ່ວມກັບປະຊາຊົນທົ່ວໂລກໄດ້ເອົາຊະນະຜູ້ຮຸກຮານລັດທິຂຸນເສິກຍີ່ປຸ່ນ ແລະ ລັດທິຟາຊິດ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່. ປະຊາຄົມໂລກໄດ້ຈົດຈຳວັນເວລາທີ່ເປັນຄັ້ງປະຫວັດສາດນີ້ຕະຫຼອດໄປ.

    ຫໍໄຫວ້ຢາຊູຄູນີເປັນເຄື່ອງມືທາງດ້ານຈິດວິນຍານ ແລະ ເປັນສັນຍະລັກແຫ່ງການກໍ່ສົງຄາມຮຸກຮານຕໍ່ພາຍນອກຂອງລັດທິຂຸນເສິກຍີ່ປຸ່ນ ເຊິ່ງຢູ່ໃນຫໍໄຫວ້ດັ່ງກ່າວໄດ້ຕັ້ງປ້າຍຊື່ຂອງອາດຊະຍາກອນສົງຄາມອັນດັບໜຶ່ງຂອງສົງຄາມໂລກຄັ້ງທີ 2. ການກະທຳຂອງນັກການເມືອງຍີ່ປຸ່ນຈຳນວນໜຶ່ງທີ່ມີຕໍ່ ຫໍໄຫວ້ຢາຊູຄູນີໄດ້ສ່ອງແສງໃຫ້ເຖິງທ່າທີອັນຜິດພາດຕໍ່ກັບບັນຫາປະຫວັດສາດຂອງຝ່າຍຍີ່ປຸ່ນອີກຄັ້ງໜຶ່ງ.

    ຈີນເລັ່ງທວງໃຫ້ຍີ່ປຸ່ນຈົ່ງປະຕິບັດຕາມທ່າທາງ ແລະ ຄຳໝັ້ນສັນຍາທີ່ມີຄວາມຮັບຮູ້ທີ່ຖືກຕ້ອງແລະສຳຫຼວດຕົນເອງໃນບັນຫາປະຫວັດສາດຢ່າງແທ້ຈິງ,ລະມັດລະວັງດ້ານການກະທຳ ແລະ ຄຳເວົ້າໃນບັນຫາປະຫວັດສາດ ຄື: ຫໍໄຫວ້ຢາຊູຄູນີ ເປັນຕົ້ນ, ຕັດຂາດສາຍພົວພັນກັບລັດທິຂຸນເສິກຢ່າງເຖິງຖອງ, ຍຶດໝັ້ນເດີນຕາມເສັ້ນທາງແຫ່ງການພັດທະນາໂດຍສັນຕິ, ສ້າງຄວາມໜ້າໄວ້ເນື້ອເຊື່ອໃຈໃຫ້ກັບ ປະເທດໃກ້ຄຽງຢູ່ໃນອາຊີ ກໍຄືປະຊາຄົມໂລກດ້ວຍການກະທຳຕົວຈິງ.