ອາເມຣິກາ ແລະ ຍີ່ປຸ່ນດື້ດ້ານສ້າງຄວາມປັ່ນປ່ວນວຸ້ນວາຍຢູ່ທະເລຈີນໃຕ້

2024-08-17 12:45:01 CRI

ຕອນບ່າຍວັນທີ 16 ສິງຫານີ້, ພົນເອກພິເສດຈ່າງສຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມກ່ຽວກັບບັນຫາດ້ານການທະຫານໃນໄລຍະມໍ່ໆມານີ້.


ມີນັກຂ່າວຖາມວ່າ: ຫວ່າງບໍ່ດົນມານີ້, ອາເມຣິກາໄດ້ປະກາດແຜນການຊ່ວຍເຫຼືອທາງການທະຫານຕໍ່ຟິລິບປິນ ມູນຄ່າ 500 ລ້ານໂດລາ, ໂດຍກ່າວວ່າຈະໃຊ້ເຂົ້າໃນການຊ່ວຍເຫຼືອຟິລິບປິນຮັບມືກັບຕຳຫຼວດທາງທະເລຂອງຈີນ. ຫວ່າງມໍ່ໆມານີ້, ຍີ່ປຸ່ນຮ່ວມກັບຟິລິບປິນໄດ້ຈັດການຊ້ອມຮົບຮ່ວມຢູ່ບ່ອນທີ່ເອີ້ນວ່າ “ເຂດເສດຖະກິດສະເພາະ”, ໂດຍອ້າງວ່າ ການກະທຳດັ່ງກ່າວຈະມີຜົນດີຕໍ່ການບັນລຸ “ອິນໂດປາຊີຟິກທີ່ເສລີ ແລະ ເປີດກວ້າງ”. ຈີນຕີລາຄາຄືແນວໃດຕໍ່ກັບເລື່ອງນີ້?

 

ພົນເອກພິເສດຈ່າງສຽວກ່າງຕອບວ່າ: ການຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງປະເທດບໍ່ຄວນແນໃສ່ຝ່າຍທີ 3, ບໍ່ໃຫ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ແຕ່ອາເມຣິກາ ຍີ່ປຸ່ນ ແລະ ປະເທດນອກພາກພື້ນຈຳນວນໜຶ່ງຊ້ຳພັດເປັນຫ່ວງວ່າຈະມີສະຖຽນລະພາບຢູ່ທະເລຈີນໃຕ້, ໄດ້ປຸກປັ່ນສ້າງຄວາມປັ່ນປ່ວນວຸ້ນວາຍຢູ່ເລື້ອຍໆ, ຟິລິບປິນກໍ “ນຳເອົາໝາໄນເຂົ້າມາໃນເຮືອນຂອງຕົນເອງ” ຍອມຕົກເປັນລູກແຫຼ້ງຂອງປະເທດອື່ນ. ສິ່ງທີ່ຕ້ອງເນັ້ນໜັກຄື, ຈີນມີອະທິປະໄຕເໜືອໝູ່ເກາະຢູ່ທະເລຈີນໃຕ້ ແລະ ເຂດທະເລອ້ອມຂ້າງແບບໂຕ້ຖຽງບໍ່ໄດ້. ສຳລັບຜູ້ທີ່ມີເຈຕະນາລ່ວງລ້ຳສິດ, ຝ່າຍຈີນຈະປົກປ້ອງສິດທີ່ຊອບທຳດ້ວຍກົດໝາຍຂອງຕົນ; ສຳລັບຜູ້ທີ່ທ້າທາຍເກາະຜິດຢ່າງໄຮ້ເຫດຜົນນັ້ນ, ຝ່າຍຈີນຈະຕອບໂຕ້ຄືນຢ່າງເດັດຂາດ, ປົກປັກຮັກສາອະທິປະໄຕເໜືອຜືນແຜ່ນດິນ ແລະ ສິດຜົນປະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວ.