ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ຂອງຈີນໃນເດືອນກໍລະກົດປີນີ້ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ເດືອນກໍລະກົດປີຜ່ານມາ

2024-08-18 12:42:55 cri

ຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ເດືອນກໍລະກົດຜ່ານມາ,ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ຂອງຈີນໃນເດືອນກໍລະກົດປີນີ້ໄດ້ເພີ່ມຂຶ້ນ 5,1% ເມື່ອທຽບໃສ່ເດືອນກໍລະກົດປີຜ່ານມາ. ການຜະລິດອຸດສາຫະກຳໄດ້ຮັກສາການເຕີບໂຕອ່າວໄວ, ໂຄງປະກອບອຸດສາຫະກຳກໍໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ເດືອນກໍລະກົດປີນີ້, ໃນ 41 ຂະແໜງຂອງອຸດສາຫະກຳ, ມູນຄ່າເພີ່ມຂອງ 33 ຂະແໜງໄດ້ບັນລຸການເຕີບໂຕ. ໃນນັ້ນ, ອຸດສາຫະກຳຜະລິດເຄື່ອງອຸປະກອນໄດ້ເຕີບໂຕໄວຂຶ້ນ. ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ທີ່ຜະລິດເຄື່ອງອຸປະກອນໄດ້ເພີ່ມຂຶ້ນ 7,3% ເມື່ອທຽບໃສ່ເດືອນກໍລະກົດປີຜ່ານມາ, ໄດ້ຊຸກຍູ້ໃຫ້ອຸດສາຫະກຳຂະໜາດໃຫຍ່ເພີ່ມຂຶ້ນ 2,4%, ອັດຕາການປະກອບສ່ວນມີເກືອບ 50%.


ນອກນີ້, ຜະລິດຕະພັນສີຂຽວໄດ້ຮັກສາການເຕີບໂຕຢ່າງວ່ອງໄວ, ປະລິມານການຜະລິດລົດໃຊ້ພະລັງງານໃໝ່ໄດ້ເພີ່ມຂຶ້ນ 27,8% ເມື່ອທຽບໃສ່ເດືອນກໍລະກົດປີຜ່ານມາ, ປະລິມານການຜະລິດກັງຫັນລົມຜະລິດໄຟຟ້າໄດ້ເພີ່ມຂຶ້ນ 39,6%.