ມູນຄ່າການຂາຍຍ່ອຍການບໍລິການຂອງຈີນໃນເດືອນມັງກອນຫາເດືອນກໍລະກົດປີນີ້ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

2024-08-18 11:21:56 cri

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຄຽງຄູ່ກັບການສະໜອງຂອງຕະຫຼາດໄດ້ຮັບການປັບປຸງ ແລະ ມີຄວາມອຸດົມສົມບູນຂຶ້ນ, ຄວາມສາມາດບົ່ມຊ້ອນດ້ານການບໍລິໂພກການບໍລິການຂອງພົນລະເມືອງຈີນສືບຕໍ່ໄດ້ຮັບການພັດທະນາ, ມູນຄ່າການຂາຍຍ່ອຍການບໍລິການຂອງຈີນໄດ້ຮັກສາຈັງຫວະການເຕີບໂຕໃນລະດັບອ່າວສູງ.

ອີງຕາມຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ໃນລະຫວ່າງເດືອນມັງກອນຫາເດືອນກໍລະກົດປີນີີ້, ມູນຄ່າການຂາຍຍ່ອຍການບໍລິການຂອງຈີນໄດ້ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສູງກວ່າຈັງຫວະການເຕີບໂຕຂອງມູນຄ່າການຂາຍຍ່ອຍຂອງສິນຄ້າໃນໄລຍະດຽວກັນ 4,1%.

ໃນໄລຍະພັກຮຽນລະດູຮ້ອນໄດ້ເກີດມີສະແສການອຸປະໂພກ-ບໍລິໂພກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ມູນຄ່າການຂາຍຍ່ອຍປະເພດການບໍລິການໃນດ້ານຄົມມະນາຄົມໄດ້ເພີ່ມຂຶ້ນໃນລະດັບສອງຕົວເລກ, ການອຸປະໂພກ-ບໍລິໂພກແບບເຊື່ອມໂຍງເຂົ້າກັນແບບໃໝ່ ເຊັ່ນ: ການທ່ອງທ່ຽວແບບຄອບຄົວເພື່ອຮັດແໜ້ນສາຍສຳພັນໃນຄອບຄົວ, ການທ່ອງທ່ຽວເພື່ອເບິ່ງການສະແດງ, ການທ່ອງທ່ຽວເພື່ອເບິ່ງການແຂ່ງຂັນກິລາ, ການໄປທ່ຽວສະຖານທີ່ຖ່າຍທຳຮູບເງົາ-ໂທລະພາບ ແລະອື່ນໆ ໄດ້ຮັບການພັດທະນາຢ່າງວ່ອງໄວ.

ນອກນີ້, ທ້ອງຖິ່ນຕ່າງໆຂອງຈີນຍັງໄດ້ປັບປຸງການສະໜອງດ້ານການບໍລິໂພກໃຫ້ດີຂຶ້ນ ໂດຍອີງຕາມເອກະລັກພິເສດຂອງທ້ອງຕົນ, ເຮັດໃຫ້ການຫຼິ້ນກິລາເພື່ອຢ່ອນອາລົມ, ການລ້ຽງດູຜູ້ອາຍຸສູງ ແລະ ການຝາກລ້ຽງເດັກ ໄດ້ກາຍເປັນຈຸດເຕີບໂຕໃໝ່ໃນດ້ານການອຸປະໂພກ-ບໍລິໂພກ.