ທ່ານໂຕເລີ່ມເດີນທາງມາຮອດນະຄອນກວາງໂຈ່ວ ແລະ ເລີ່ມຢ້ຽມຢາມຈີນຢ່າງເປັນທາງການ

2024-08-18 11:19:51 cri

ທ່ານໂຕເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ປະທານປະເທດຫວຽດນາມ ຈະຢ້ຽມຢາມຈີນທາງລັດຖະກິດໃນລະຫວ່າງວັນທີ 18 ຫາ 20 ສິງຫານີ້. ໃນເວລາ 9 ໂມງ 25 ນາທີຂອງວັນທີ 18 ສິງຫານີ້, ເຮືອບິນພິເສດຂອງທ່ານໂຕເລີ່ມໄດ້ເດີນທາງມາຮອດນະຄອນກວາງໂຈ່ວຂອງຈີນ.

ຈີນເປັນປະເທດທຳອິດທີ່ທ່ານໂຕເລີ່ມເດີນທາງໄປຢ້ຽມຢາມ ພາຍຫຼັງທ່ານຂຶ້ນດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ. ໃນໄລຍະຢ້ຽມຢາມຢູ່ກວາງໂຈ່ວ, ທ່ານໂຕເລີ່ມຈະໄປຢາມຮ່ອງຮອຍການເຄື່ອນໄຫວປະຕິວັດຂອງທ່ານໂຮ່ຈິມິນ ພ້ອມທັງແລກປ່ຽນກັບບຸກຄົນສັນຖະວະໄມຈີຂອງຈີນ ແລະ ຫວຽດນາມ.