ຍອດມູນຄ່າການຜະລິດທາງທະເລຂອງຈີນໃນ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-08-19 11:04:13 cri

ຄຽງຄູ່ກັບຈີນໄດ້ປະຕິບັດນະໂຍບາຍມະຫາພາກທີ່ກ່ຽວຂ້ອງ ບວກກັບຄວາມຕ້ອງການຂອງພາຍນອກໄດ້ຟື້ນຟູຄືນໃໝ່, ເສດຖະກິດທາງທະເລຂອງຈີນໄດ້ປາກົດມີທ່ວງທ່າພັດທະນາອ່າວໄວຂຶ້ນຢ່າງຕໍ່ເນື່ອງ. ຍອດມູນຄ່າການຜະລິດທາງທະເລບັນລຸເຖິງ 4.900 ຕື້ຢວນ, ເພີ່ມຂຶ້ນ 5,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນຈຳນວນກຳປັ່ນຕົ້ນຕໍ 18 ລຸ້ນຢູ່ໃນທົ່ວໂລກ, ຈີນໄດ້ຮັບໃບສັ່ງຈອງກຳປັ່ນໃໝ່ 14 ລຸ້ນ ເຊິ່ງເປັນອັນດັບທີໜຶ່ງຂອງໂລກ; ການຜະລິດອຸປະກອນວິສະວະກຳທາງທະເລໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໃບສັ່ງຈອງໃໝ່ໃນ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນເປັນ 3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຍອດມູນຄ່າການຄ້າຂາເຂົ້າ-ຂາອອກທີ່ຂົນສົ່ງຜ່ານທາງທະເລຂອງຈີນໄດ້ເພີ່ມຂຶ້ນ 2,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, “ວົງເພື່ອນມິດສີຟ້າ” ໄດ້ຂະຫຍາຍນັບມື້ນັບກວ້າງອອກ. ເມື່ອສັງເກດເບິ່ງຜົນງານເສດຖະກິດທາງທະເລໃນ 6 ເດືອນຕົ້ນປີນີ້ແລ້ວຈະເຫັນໄດ້ວ່າ: ເສດຖະກິດທາງທະເລໄດ້ກາຍເປັນຈຸດເດັ່ນໃນການພັດທະນາເສດຖະກິດຂອງຈີນ.


ຜ່ານພຶດຕິກຳສ້າງປະຊາຄົມຮ່ວມຊາຕາກຳທາງທະເລ, ນັບມາຮອດປັດຈຸບັນນີ້, ຈີນໄດ້ເຊັນສັນຍາຮ່ວມມືກັບ 50 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ ພ້ອມທັງໄດ້ເຊື່ອມຕໍ່ເຂົ້າກັບວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, “ທົດສະວັດທາງທະເລ” ຂອງອົງການສະຫະປະຊາຊາດ ແລະ ຂະບວນການຮ່ວມມືທີ່ສຳຄັນອື່ນໆຢ່າງແໜ້ນແຟ້ນ, ອ້າແຂນຮັບທຸກປະເທດໃນໂລກ, ຍຶດໝັ້ນການເປິກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ ເພື່ອສະແຫວງຫາການພັດທະນາສີຟ້າໃນອະນາຄົດ.