ລາຍຮັບຈາກການຈຳໜ່າຍຂອງພາກສ່ວນຕ່າງໆໃນຕະຫຼາດຈີນໄດ້ຟື້ນຟູຄືນຢ່າງໜັກແໜ້ນ

2024-08-19 14:26:23 cri

ອີງຕາມຕົວເລກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນເປີດເຜີຍໃນວັນທີ 18 ສິງຫານີ້ສະແດງໃຫ້ເຫັນວ່າ: ເດືອນກໍລະກົດຜ່ານມາ, ຄຽງຄູ່ກັບຈີນໄດ້ປະຕິບັດນະໂຍບາຍມະຫາພາກດ້ານຕ່າງໆແລ້ວ, ລາຍຮັບຈາກການຈຳໜ່າຍຂອງພາກສ່ວນຕ່າງໆໃນຕະຫຼາດຈີນໄດ້ຟື້ນຟູຄືນຢ່າງໜັກແໜ້ນ ແລະ ຫຼາຍຂົງເຂດໄດ້ປາກົດມີຈຸດພົ້ນເດັ່ນທີ່ຕັ້ງໜ້າ.


ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ເດືອນກໍລະກົດຜ່ານມາ, ເສດຖະກິດອຸດສາຫະກຳຂອງຈີນໄດ້ຟື້ນຟູຄືນຢ່າງໜັກແໜ້ນ, ລາຍຮັບຈາກການຈຳໜ່າຍຂອງວິສາຫະກິດອຸດສາຫະກຳໄດ້ເພີ່ມຂຶ້ນ 6% ເມື່ອທຽບໃສ່ເດືອນກໍລະກົດປີກາຍ ແລະ ໄດ້ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ຈັງຫວະການເຕີບໂຕຂອງໄຕມາດທີ 2 ປີນີ້.


ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ເຕີບໂຕໄວຂຶ້ນ, ລາຍຮັບຈາກການຈຳໜ່າຍໃນຂົງເຂດອຸດສາຫະກຳເຕັກນິກທັນສະໄໝກ້າວໜ້າໄດ້ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ເດືອນກໍລະກົດປີກາຍ. ລາຍຮັບຈາກການຈຳໜ່າຍໃນຂົງເຂດອຸດສາຫະກຳຈະເລີນໃໝ່ທີ່ມີລັກສະນະຍຸດທະສາດຕ່າງໆ ເຊັ່ນ: ການຜະລິດອຸປະກອນເອເລັກໂຕຣນິກແລະໂທລະຄົມ, ການຜະລິດອຸປະກອນລົດໄຟ, ກຳປັ່ນ ແລະ ການບິນ, ການຜະລິດລົດໃຊ້ພະລັງງານໃໝ່ເປັນຕົ້ນ ລ້ວນແຕ່ໄດ້ຮັກສາຈັງຫວະເຕີບໂຕຫຼາຍກວ່າ 10%. ການປ່ຽນຖ່າຍເຄື່ອງຈັກອຸປະກອນ ແລະ ເຄື່ອງບໍລິໂພກເລີ່ມເຫັນຜົນຕົວຈິງ.


ເມື່ອສັງເກດຈາກພາກສ່ວນທຸລະກິດແລ້ວ, ນັບມາຮອດທ້າຍເດືອນກໍລະກົດຜ່ານມາ, ຈຳນວນຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນພາສີໃໝ່ໃນທົ່ວປະເທດໄດ້ເພີ່ມຂຶ້ນ 7,3%.